ວິທີຜ່ອນຄາຍໃນທີ່ເຮັດວຽກ ເພື່ອສ້າງປະສິດທິພາບໃນການເຮັດວຽກໃຫ້ດີຂຶ້ນ

26

ຜົນວິໄຈຈາກອົງການສາທາລະນະສຸກໂລກ ໄດ້ໃຫ້ຄວາມສໍາຄັນກັບສຸຂະພາບຂອງຄົນເຮັດວຽກທີ່ເປັນກໍາລັງຫລັກໃນການຂັບເຄື່ອນການພັດທະນາ ເຊິ່ງປັດຈຸບັນພົບບັນຫາຄວາມຄຽດຈາກການເຮັດວຽກຫລາຍເລື່ອຍໆ ສົ່ງຜົນກະທົບຕໍ່ສຸຂະພາບທັງທາງຮ່າງກາຍ ແລະ ຈິດໃຈ ບາງຄົນທີ່ມີຄວາມຄຽດຫລາຍ ແລະ ແບບຊຳເຮື້ອອາດສ່ຽງຕໍ່ການເກີດພະຍາດຄວາມດັນ ແລະຫົວໃຈໄດ້. ນອກ ຈາກນີ້ຍັງສົ່ງຜົນກະທົບເຖິງ ຄວາມສໍາພັນກັບຄົນຮອບຕົວລວມເຖິງປະສິດທິພາບໃນການເຮັດວຽກທີ່ຫຼຸດລົງ.
ສໍາລັບສາເຫດຂອງຄວາມຄຽດໃນທີ່ເຮັດວຽກສ່ວນໃຫຍ່ເກີດຈາກປັດໄຈທາງບຸກຄົນ, ອົງກອນ ແລະສະພາບແວດລ້ອມເຊັ່ນ: ປະລິມານວຽກທີ່ຫລາຍ, ຊ່ວງໄລຍະເວລາການເຮັດວຽກດົນ, ຄວາມສໍາພັນໃນອົງກອນທີ່ມີລະບຽບຫຼາຍ, ຄວາມຄາດຫວັງໃນຄວາມໝັ້ນຄົງ ແລະຄວາມກ້າວຫນ້າໃນການເຮັດວຽກເປັນຕົ້ນ.

ນອກຈາກນີ້ສະພາບແວດລ້ອມທີ່ບໍ່ເໝາະສົມເຊັ່ນຢູ່ໃນທີ່ ທີ່ມີການລະບາຍອາກາດບໍ່ເໝາະສົມສະພາບການເຮັດວຽກ, ໂຕະເຮັດວຽກທີ່ບໍ່ເໝາະສົມ ມີສຽງລົບກວນ ແລະແສງສະຫວ່າງບໍ່ພຽງພໍກໍເປັນສາເຫດໃຫ້ເກີດຄວາມຄຽດໄດ້ເຊັ່ນກັນ.
ວິທີການປ້ອງກັນຄວາມຄຽດທີ່ເກີດຈາກທີ່ເຮັດວຽກດັງນີ້:
1 ຄົ້ນຫາບັນຫາໂດຍການປະຊຸມກຸ່ມໃນທີ່ເຮັດວຽກອາດຈະເປັນກຸ່ມຄົນສ່ວນໜ້ອຍກ່ອນ ຊຶ່ງຈະເຮັດໃຫ້ຮູ້ບັນຫາທີ່ເກີດຂຶ້ນໄດ້ການເຮັດແບບສອບຖາມວຽກທີ່ກໍ່ໃຫ້ເກີດຄວາມຄຽດ ເພື່ອສໍາຫລວດ ແລະ ວິເຄາະສະພາບບັນຫານັ້ນ.
2 ວາງແຜນ ແລະແກ້ໄຂເມື່ອຮູ້ສະພາບ ເຮົາກໍ່ຈະແຈ້ງໃຫ້ຮູ້ແນວທາງແກ້ໄຂພ້ອມແຈ້ງໃຫ້ພະນັກງານຮູ້ເຖິງຜົນທີ່ຈະໄດ້ຮັບ
3 ການປະເມີນຜົນຫຼັງປະຕິບັດຕາມແຜນ.
ນອກຈາກວິທີໃນການປ້ອງກັນຄວາມຄຽດແລ້ວຂໍແນະນໍາ 5 ວິທີຄາຍຄຽດໃນທີ່ເຮັດວຽກໂດຍເລີ່ມຈາກຄວາມກ້າປະເຊີນຫນ້າກັບຄວາມຄຽດຈາກວຽກໃນອົງກອນ ແລະຈາກເພື່ອນຮ່ວມວຽກດັງນີ້:
1 ການເຮັດວຽກເປັນກະ ຫຼື ຫລຸດວັນເຮັດວຽກໃນອາທິດ (ຫຼຸດວັນເຮັດວຽກ ໃນ 1 ອາທິດແຕ່ຊົ່ວໂມງການເຮັດວຽກລວມເທົ່າເດີມ)
2 ປັບປຸງສະພາບແວດລ້ອມການເຮັດວຽກໃຫ້ເຫມາະສົມ
3 ສ້າງຄວາມສໍາພັນທີ່ດີກັບເພື່ອນຮ່ວມວຽກມີການເວົ້າລົມຈັດກິດຈະກໍາຕ່າງໆທີ່ສ້າງ ຄວາມສາມັກຄີສະມາຊິກພາຍໃນອົງກອນ
4 ລະຫວ່າງຄອບຄົວກັບທີ່ເຮັດວຽກຕ້ອງມີຄວາມສົມດຸນວາງແຜນແບ່ງເວລາປັບວັນພັກວຽກໃຫ້ກົງກັນ
5 ຈັດອົບຮົມ ຫລື ສໍາມະນາເພີ່ມຄວາມຮູ້ ແລະສັກຍະພາບຄົນເຮັດວຽກເປີດໂອກາດໃຫ້ບຸກຄະລາກອນຖາມຂໍ້ມູນສົງໄສ ຫລື ຕອບກັບອົງກອນໄດ້.
ການເຮັດວຽກຈໍາເປັນຕ້ອງຮູ້ຈັກຕົນເອງ ແລະ ເພື່ອນຮ່ວມວຽກ ຮູ້ຈັກຈຸດອ່ອນຈຸດແຂງຂອງຕົວເອງຮູ້ຈັກວິທີຫຼຸດ ຄວາມຄຽດ ຄິດກ່ອນເຮັດ ຄວາມສະດວກສະບາຍລະຫວ່າງວຽກກັບການຜັກຜ່ອນ ແລະເປີດເຜີຍຕົວເອງເອົາໃຈໃສ່ຕໍ່ເພື່ອນຮ່ວມວຽກຊຶ່ງການເຮັດວຽກທີ່ບໍ່ຄຽດສົ່ງຜົນໃຫ້ວຽກເກີດປະສິດທິພາບເກີດຜົນທີ່ດີທັງຕໍ່ຕົນເອງ ແລະ ອົງກອນ; ມີສຸຂະພາບທີ່ດີບໍ່ສ່ຽງການເກີດພະຍາດແຊກຊ້ອນ ອົງກອນໄດ້ວຽກທີ່ມີຄຸນນະພາບ; ບຸກຄະລາກອນ ແລະ ຄອບຄົວມີເວລາໃຫ້ແກ່ກັນສົ່ງຜົນທາງບວກໃນດ້ານລາຍຮັບໄປຕາມດ້ວຍ.