ຊາອຸດິດ ອາຣັບບີ ປະກາດແຜນສ້າງສູນໂລຈິສຕິກ ຫຼາຍກວ່າ 50 ແຫ່ງ

73

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ມົງກຸດຣາຊະກຸມານ Mohammed bin Salman Al Saud ແຫ່ງຊາອຸດິ ອາຣັບບີ ໄດ້ປະກາດເມື່ອວັນທີ 27 ສິງຫາຜ່ານມາ ເຖິງແຜນການສ້າງສູນໂລຈິສ ຕິກ ຫຼາຍກວ່າ 50 ແຫ່ງ ເພື່ອປ່ຽນອານາຈັກຕາເວັນອອກກາງ ໃຫ້ກາຍເປັນໜຶ່ງໃນສູນກາງໂລຈິສຕິກລະດັບໂລກ.

ສຳນັກຂ່າວ SPA ຂອງຊາອຸດິດ ອາຣັບບີ ລາຍງານວ່າ: ແຜນດັ່ງກ່າວມີເປົ້າໝາຍເພື່ອພັດທະນາໂຄງລ່າງພື້ນຖານໂລຈິສຕິກຂອງປະເທດ ເປັນການກະຈາຍເສດຖະກິດໃນທ້ອງຖິ່ນ ແລະ ເພີ່ມສະຖານະຂອງຊາອຸດິດ ອາຣັບບີ ໃນຖານະເມືອງຈຸດໝາຍປາຍທາງການລົງທຶນຊັ້ນນໍາຂອງໂລກ.

ແຜນດັ່ງກ່າວ, ປະກອບດ້ວຍສູນໂລຈິສຕິກ 50 ແຫ່ງ ກວມເອົາພື້ນທີ່ລວມຫຼາຍກວ່າ 100 ກິໂລຕາແມັດ; ໃນນັ້ນມີ 12 ແຫ່ງໃນ Riyadh, 12 ແຫ່ງໃນ Mecca ແລະ 17 ແຫ່ງໃນທາງທິດຕາເວັນອອກ ແລະ 18 ແຫ່ງໃນເຂດຕ່າງໆຂອງຊາອຸດິດ ອາຣັບບີ.

ຕາມຂໍ້ມູນຂອງ SPA ຍັງລະບຸວ່າ: ສູນໂລຈິສຕິກ ມີກຳນົດຈະສ້າງສຳເລັດພາຍໃນປີ 2030 ເຊິ່ງຈະຊ່ວຍໃຫ້ອຸດສາຫະກຳໃນທ້ອງຖິ່ນ ສາມາດສົ່ງອອກສິນຄ້າຂອງຊາອຸດິດ ອາຣັບບີ ໄດ້ຢ່າງມີປະສິດທິພາບສູງ ແລະ ສະໜັບສະໜູນທຸລະກຳການຈັດຊື້ດ້ວຍການອຳນວຍຄວາມສະດວກໃນການເຊື່ອມໂຍງ ລະຫວ່າງ ສູນໂລຈິສ ຕິກ ແລະ ສູນກະຈາຍສິນຄ້າ ທົ່ວປະເທດໄດ້ຢ່າງວ່ອງໄວ.