ການເປັນຜູ້ນຳອົງກອນ ແລະ ການສ້າງແຮງຈູງໃຈ ເປັນໜຶ່ງໃນຂໍກຸນແຈແຫ່ງຄວາມສຳເລັດ

51

ອົງກອນຈະປະສົບຜົນສຳເລັດໄດ້ນັ້ນ ກໍເນື່ອງຈາກມີຜູ້ນຳທີ່ມີຄວາມຮູ້, ຄວາມສາມາດ, ເບິ່ງມີວິໄສທັດທີ່ກວ້າງໄກ, ສາມາດເບິ່ງເຫັນແນວທາງ ແລະ ເປົ້າໝາຍອົງກອນ, ສາມາດວາງກົນໄກດ້ານການເງິນ, ການຕະຫຼາດ ແລະ ສິນຄ້າທີ່ຜະລິດແລ້ວ ທີ່ສຳຄັນຕ້ອງຮູ້ຈັກສ້າງແຮງຈູງໃຈກັບເພື່ອນຮ່ວມງານ ຫຼື ພະນັກງານໃນອົງກອນ ເພາະສິ່ງເຫຼົ່ານີ້ກໍເປັນປັດໄຈສຳຄັນທີ່ຈະເຮັດໃຫ້ອົງກອນກ້າວໄປສູ່ຄວາມສຳເລັດໄດ້.
ມື້ນີ້ຄໍລຳມູມບໍລິຫານ ໄດ້ນຳເອົາເຄັດລັບ ແລະ ກົນລະຍຸດໃນການເປັນຜູ້ນຳ ແລະ ການສ້າງແຮງຈູງໃຈຈາກປຶ້ມເຄັດລັບກົນລະຍຸດ ການບໍລິຫານ ມານຳສະເໜີຕໍ່ບັນດາທ່ານ.

ໃນການເປັນຜູ້ນຳອົງກອນ ( ຜູ້ທີ່ມີສິດອຳນາດໃນການຕັດສິນໃນທຸລະກິດ ) ແລະ ການສ້າງແຮງຈູງໃຈການປຸກລະດົມຜູ້ໃຕ້ບັງຄັບບັນຊາ ເພື່ອໃຫ້ເກີດປະສິດທິພາບໃນການດຳເນີນທຸລະກິດໃນຍຸກເສດຖະກິດຕະຫຼາດທີ່ມີການແຂ່ງຂັນກັນຢ່າງເອົາເປັນເອົາຕາຍ ໂດຍຈິດຕະສາດຂອງຄົນແລ້ວກ່ອນຈະຮັບຟັງໃຫ້ຄຳເຊື່ອຖື ຫຼື ປະຕິບັດຕາມຫົວໜ້າກໍຕໍ່ເມື່ອວ່າ: ຫົວໜ້າມີຄວາມເກັ່ງກວ່າມີຄວາມສາມາດເໜືອກວ່າ ຖ້າຢາກເຮັດໃຫ້ມີປະສິດທິພາບຂອງວຽກດີຂຶ້ນເປັນກ້າວໆຕາມແຜນທີ່ວາງໄວ້, ຫົວໜ້າກໍຕ້ອງຮູ້ຈັກການວາງແຜນ ເພື່ອປຸກລະດົມສ້າງແຮງຈູງໃຈ, ສ້າງກຳລັງໃຈມີການຕຳນິຍ້ອງຍໍຕາມ ຄວາມເໝາະສົມ.
ວຽກປຸກລະດົມນີ້ ຂ້າພະເຈົ້າເຫັນວ່າຜູ້ນຳພວກເຮົາໃນທຸກຍຸກທຸກສະໄໝເຮັດໄດ້ດີຫຼາຍ ຈຶ່ງສາມາດຊັກຊວນປະຊາຊົນ, ຄົນທຸກຊັ້ນຄົນເຂົ້າຮ່ວມໃນການປະຕິວັດຊາດ ປະຊາທິປະໄຕ ຈົນໄດ້ຮັບໄຊຊະນະ ແລະ ໃນປັດຈຸບັນກໍເຊັ່ນດຽວກັນ ນະໂຍບາຍຂອງພັກກໍຍັງຖືວ່າວຽກນີ້ແມ່ນສຸດທີ່ມີຄວາມສຳຄັນສົມທຽບໃສ່ວຽກງານທຸລະກິດເຊັ່ນກັນ ຖ້າພະນັກງານທຸກຄົນມີ ຄວາມເຊື່ອໝັ້ນຕໍ່ຫົວໜ້າ, ມີ ຄວາມສັດທາ ແລະ ຫົວໜ້າກໍເກັ່ງອີ່ຫຼີ ທຸກຢ່າງກໍສາມາດລະດົມໄດ້. ພ້ອມນີ້ຜົນປະໂຫຍດທາງດ້ານວັດຖຸກໍຕ້ອງໄປຄຽງຄູ່ກັນ ເຊັ່ນ: ດ້ານເງິນເດືອນ, ສະຫວັດດີການ, ບຳເນັດ, ການໃຫ້ໂອກາດໃນການຮໍ່າຮຽນຝຶກອົບຮົມ ເພື່ອຈະມີໂອກາດໃນການໄຕ່ເຕົ້າຂຶ້ນຫາຕໍາແໜ່ງສູງກວ່າຢູ່ຕະຫຼອດເວລາ.

ດັ່ງຄຳເວົ້າທີ່ວ່າ: ການເປັນຜູ້ນຳ ( leadership ) ມັນແມ່ນຕ້ອງໄດ້ຮຽນຮູ້ຝຶກຝົນ, ມີພອນສະຫວັນ, ມີໄຫວພິບ ຈຶ່ງຈະເຮັດໃຫ້ຜູ້ຢູ່ໃຕ້ບັງຄັບບັນຊາຍອມຮັບ. ໃນຫຼາຍຕໍາລາທີ່ຂຽນກ່ຽວກັບການເປັນຜູ້ນຳໄດ້ໃຫ້ອົງປະກອບ 4 ປະການ ຄື:
1. ການໃຊ້ອຳນາດໃຫ້ປະສິດທິພາບ ແຕ່ອຳນາດຕ້ອງຢູ່ໃນກອບທີ່ຖືກມອບໝາຍຢ່າງມີຈາລິຍະທຳ ແລະ ຍຸຕິທຳທີ່ສຸດ.
2. ການເຂົ້າໃຈຈິດສຳນຶກ ຄວາມຄິດ, ຄວາມແຕກຕ່າງທາງນິດໄສຂອງແຕ່ລະຄົນທີ່ມີຕົ້ນກຳເນີດ, ຮູ້ໃຊ້ ແລະ ປຸກລະດົມກາລະເວລາ ແລະ ສະຖານທີ່ທີ່ເໝາະສົມ.
3. ການສັ່ງການຢ່າງເດັດຂາດໃຫ້ຜູ້ໃຕ້ບັງຄັບບັນຊາທີ່ໄດ້ຮັບມອບໜາຍ ເພື່ອປະຕິບັດຕາມ ແລະ ບັນລຸວັດຖຸປະສົງ ( ຜະເດັດການກໍລະນີທີ່ຈຳເປັນ ).
4. ການສ້າງບັນຍາກາດສິ່ງແວດລ້ອມໃນສະຖານທີ່ເຮັດວຽກ ແລະ ການສ້າງແຮງຈູງໃຈໃຫ້ມີຄວາມຮັບຜິດຊອບ ແລະ ຮັກອົງກອນ ແລະ ຮັກວຽກທີ່ຈັດຕັ້ງມອບໝາຍສາມາດສັງລວມໄດ້ວ່າ: ການທີ່ຈະເປັນຜູ້ນຳໃນທຸລະກິດທີ່ໄດ້ຮັບຜົນສຳເລັດບໍ່ແມ່ນເລື່ອງບັງເອີນ ຫຼື ງ່າຍດາຍ ຖ້າເຮົາສຶກສາປະຫວັດຂອງຜູ້ນຳຕ່າງໆ ດ້ານການເມືອງກໍຄືດ້ານທຸລະກິດເຫັນວ່າບຸກຄະລິກຂອງຄົນເຫຼົ່ານັ້ນຈະເປັນແນວພິເສດ ແລະ ແຕກຕ່າງກັບຄົນທຳມະດາທົ່ວໄປ ເຊັ່ນ: ເຮັດວຽກຫຼາຍ ແລະ ມີຄວາມອົດທົນ.
[ ຮຽບຮຽງຈາກ: ປຶ້ມເຄັດລັບ ກົນລະຍຸດ ການບໍລິຫານ ]