ທີມຊາດຍິງແອັດສະປາຍ ບຽດຊະນະ ອັງກິດ ຄວ້າແຊັມບານໂລກ 2023

30

ທີມຊາດຍິງ ແອັດສະປາຍ ຄວ້າແຊັມບານໂລກຍິງເປັນສະໄໝທໍາອິດ ໃນປະຫວັດສາດ ຫຼັງຈາກທີ່ບຽດເອົາຊະນະ ທີມຊາດອັງກິດ 1-0 ໃນນັດຊີງຊະນະເລີດບານໂລກຍິງ 2023 ( FIFA Women’s World Cup 2023 ).

ການແຂ່ງຂັນບານໂລກຍິງ 2023 ຮອບຊີງຊະນະເລີດ ປະຈໍາວັນອາທິດທີ 20 ສິງຫາ 2023 ທີ່ສະໜາມ ໂອແລມປິກ ສະເຕດ້ຽມ ປະເທດອົດສະຕຣາລີ ລະຫວ່າງ ທີມຊາດແອັດສະປາຍ ພົບກັບ ທີມຊາດອັງກິດ ເຊິ່ງທັງສອງທີມລຸ້ນຄວ້າແຊັມເປັນສະໄໝທໍາອິດ.

ປາກົດວ່າ: ກາຍເປັນ ທີມຊາດແອັດສະປາຍ ທີ່ສາມາດຄວ້າແຊັມຈາກ ອາໂມນາ ກາເຊຍ ໃນນາທີໆ 29 ຊ່ວຍທີມເອົາຊະນະ ທີມຊາດອັງກິດ 1-0 ສົ່ງຜົນໃຫ້ທີມຊາດແອັດສະປາຍ ຄວ້າແຊັມບານໂລກຍິງເປັນສະໄໝທໍາອິດໃນປະຫວັດສາດ ຈາກການຜ່ານເຂົ້າຊີງຊະນະເລີດຄັ້ງທໍາອິດ.

ສ່ວນທີມຊາດອັງກິດ ຍັງຕ້ອງລໍແຊັມສະໄໝທໍາອິດຕໍ່ໄປ ຫຼັງຈາກທີ່ເຄີຍເຮັດໄດ້ທີ່ດີທີ່ສຸດຄືການຄວ້າອັນດັບ 3 ເມື່ອປີ 2015 ທີ່ປະເທດການາດາ ເປັນເຈົ້າພາບ.