ເມືອງດາກຈຶງ ສາມາດຢຶດສັດປາຫ່ວງຫ້າມໄດ້ຫຼາຍກວ່າ 300 ລາຍການ

113

ໃນວັນທີ 18 ສິງຫາ 2023 ທີ່ຜ່ານມາ, ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງດາກຈຶງ ແຂວງເຊກອງ ໄດ້ຈັດພິທີທຳລາຍຊາກຊິ້ນສ່ວນສັດປ່າ ແລະ ປ່ອຍສັດປ່າທີ່ມີຊີວິດຄືນສູ່ທຳມະຊາດຂຶ້ນ, ໂດຍມີທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ ແລະ ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน และ ข้อความ

ໃນພິທີດັ່ງກ່າວ ທ່ານ ໄພສີ ອາຍະວົງ ຮອງຫົວໜ້າກອງກວດກາປ່າໄມ້ແຂວງ ໄດລາຍງານວ່າ: ໃນລະຫວ່າງວັນທີ 16-17 ສິງຫາ 2023 ກອງກວດກາປ່າໄມ້ແຂວງ ສົມທົບ ກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງເຄື່ອນໄຫວ ຕິດຕາມ ກວດກາການລັກລອບຊື້-ຂາຍ ສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະ ບັນຊີ II (ປະເພດຄຸ້ມຄອງ) ທີ່ຜິດຕໍ່ລະບຽບກົດໝາຍ ຢູ່ຕະຫຼາດເມືອງດາກຈຶງ ຊຶ່ງໄດ້ກວດພົບເຫັນສັດປ່າທີ່ແມ່ຄ້ານຳມາຂາຍຈຳນວນຫຼາຍກວ່າ 300 ໂຕ.

ไม่มีคำอธิบายรูปภาพ

 

ເຊິ່ງປະກອບມີສັດປາທີ່ຕາຍແລ້ວຄື: ກະຮອກແດງ 3 ໂຕ, ບ່າງລົ້ວ 2 ໂຕ, ໄກ່ຂົວ 2 ໂຕ, ບ່າງລາຍ 6 ໂຕ, ນົກເຂົາ 6 ໂຕ, ກະແຕ 5 ໂຕ ແລະ ຊີ້ນໝູ່ປ່າ 4,8 ກິໂລ ລວມທັງໝົດ 24 ໂຕ, ນ້ຳໜັກລວມ 5,6 ກິໂລ. ແລະ ສັດປ່າທີ່ຍັງມີຊີວິດ ປະກອບມີນົກປະຫລຽວ 292 ໂຕ, ນົກກະທົວ 4 ໂຕ ແລະ ອົ້ນ 6 ໂຕ.

ຈາກນັ້ນທາງເຈົ້າໜ້າທີ່ ກໍໄດ້ເຮັດບົດບັນທຶກສຶກສາອົບຮົມພວກກ່ຽວ ພ້ອມທັງອາຍັດສິນຄ້າດັ່ງກ່າວນຳມາເກັບຮັກສາໄວ້ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

อาจเป็นรูปภาพของ 12 คน และ ไฟ

ການທຳລາຍຊາກຊິ້ນສ່ວນສັດປ່າຄັ້ງນີ້ແມ່ນໃຊ້ວິທີການຈູດໄຟສຳລັບໂຕທີ່ຕາຍແລ້ວ ແລະ ສ່ວນສັດປ່າທີ່ຍັງມີຊີວິດແມ່ນປ່ອຍກັບຄືນສູ່ທຳມະຊາດ.

อาจเป็นรูปภาพของ 8 คน

ໂດຍ: ຂ່າວເຊກອງ