ນະຄອນຫຼວງວຽງຈັນ ວາງ 22 ວຽກຈຸດສຸມ ພັດທະນາເສດຖະກິດ – ສັງຄົມ 6 ເດືອນທ້າຍປີ

124

ນະຄອນຫຼວງວຽງຈັນ ກຳນົດ 22 ວຽກຈຸດສຸມ ພັດທະນາເສດຖະກິດ – ສັງຄົມ 6 ເດືອນທ້າຍປີ 2023 ເພື່ອສືບຕໍ່ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວໃນລະດັບ 5,5% ຂຶ້ນໄປ.

ທ່ານ ພູໂຂງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ( ນວ ) ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ວ່າ: ໃນທິດທາງແຜນການ 6 ເດືອນທ້າຍປີ 2023 ນວ ຈະສືບຕໍ່ສຸມໃສ່ 22 ໜ້າວຽກ, ໃນນີ້ສະເພາະ 10 ໜ້າວຽກທີ່ພົ້ນເດັ່ນປະກອບມີ:

อาจเป็นรูปภาพของ 1 คน, ถนน และ อนุสาวรีย์

1) ສືບຕໍ່ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວໃນລະດັບ 5,5% ຂຶ້ນໄປ, ຄາດຄະເນມູນຄ່າເພີ່ມ ລວມຍອດຜະລິດຕະພັນພາຍໃນ ( GDP ) ປະມານ 69.090 ຕື້ກີບ ສະເລ່ຍຕໍ່ຫົວຄົນເທົ່າກັບ 67,8 ລ້ານກີບ.

2) ເພີ່ມທະວີການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ 2.585,28 ຕື້ກີບ, ຄາດຄະເນໝົດປີ ຈະປະຕິບັດໄດ້ທັງໝົດ 6.175,73 ຕື້ກີບ ( ເກີນແຜນ 6,69% ); ໃນນີ້ພູດທ້ອງຖິ່ນ ຈະສູ້ຊົນໃຫ້ໄດ້ 940,21 ຕື້ກີບ ຄາດຄະເນໝົດປີ ຈະປະຕິບັດໄດ້ 1.975,73 ຕື້ກີບ ( ເກີນແຜນ 24,39% ); ຄາດຄະເນລາຍຈ່າຍ ໃນ 6 ເດືອນທ້າຍປີບໍ່ໃຫ້ເກີນ 434,87 ຕື້ກີບ ແລະ ຄາດຄະເນຈະດຸ່ນດ່ຽງໃຫ້ສູນກາງໄດ້ຕາມແຜນ.

3) ສຸມໃສ່ເພີ່ມທະວີການຄຸ້ມຄອງລາຍຮັບງົບປະມານ, ປັບປຸງກົນໄກ ການແຈ້ງມອບຜ່ານລະບົບ TaxRIS ແລະ ການຊຳລະຜ່ານລະບົບທະນາຄານຢ່າງເຂັ້ມງວດ; ສືບຕໍ່ຄຸ້ມຄອງການນໍາໃຊ້ລາຍຈ່າຍງົບປະມານຢ່າງຮັດກຸມ.

4) ສືບຕໍ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປະຈຳປີ 2023 ໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍ ການລົງທຶນຂອງລັດ, ກົດໝາຍວ່າດ້ວຍ ງົບປະມານແຫ່ງລັດ, ກົດໝາຍວ່າດ້ວຍ ການຈັດຊື້ – ຈັດຈ້າງ, ນິຕິກໍາກຸ່ມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງໃຫ້ສຳເລັດຕາມແຜນທີ່ວາງໄວ້.

5) ຍົກສູງປະສິດທິພາບຂອງການລົງທຶນລັດ ( ໂຄງການກໍ່ສ້າງໂຄງລ່າງພື້ນຖານ ) ດ້ວຍການກວດກາ ແລະ ຄົ້ນຄວ້າແກ້ໄຂ ໂຄງການລົງທຶນຂອງລັດທີ່ຈັດຕັ້ງປະຕິບັດຫຼ້າຊ້າ, ແກ່ຍາວມາຫຼາຍປີ ແລະ ບໍ່ໄປຕາມລະບຽບກົດໝາຍ.

6) ສືບຕໍ່ຈັດເວທີແລກປ່ຽນ ລະຫວ່າງ ພາກລັດ ກັບ ພາກປະກອບການຂອງບັນດາຂະແໜງການຕ່າງໆ ເພື່ອແກ້ໄຂບັນຫາຮ່ວມກັນ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ ຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ສືບຕໍ່ຊຸກຍູ້, ຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດບັນດາໂຄງການທີ່ໄດ້ຮັບອະນຸຍາດຜ່ານມາ ໂຄງການສໍາປະທານ 12 ໂຄງການ, ກິດຈະການທົ່ວໄປໃນບັນຊີຄວບຄຸມ 17 ໂຄງການ, ໂຄງການສຶກສາ ຄວາມເປັນໄປໄດ້ 15 ໂຄງການ ແລະ ໂຄງການສໍາປະທານແຮ່ທາດຂອງສູນກາງ 6 ໂຄງການ.

7) ເພີ່ມທະວີການຈັດຕັ້ງປະຕິບັດໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການຜະລິດກະສິກຳສະອາດ ເພື່ອພຽງພໍກັບການຊົມໃຊ້ພາຍໃນ ຫຼຸດຜ່ອນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ; ເອົາໃຈໃສ່ຕິດຕາມກວດກາປະຕູນໍ້າ, ຈັກສູບນໍ້າ ເພື່ອກະກຽມແຜນຕ້ານແລ້ງ, ຕ້ານຖ້ວມ ປະຈຳປີ 2023 ແລະ ສະໜອງນໍ້າໃຫ້ພຽງພໍແກ່ການຜະລິດລະດູຝົນ ປະຈຳປີ 2023.

8) ສືບຕໍ່ປະເມີນໄລຍະຕົ້ນ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມດຳລັດ 348/ລບ ໃນຂໍ້ມູນດ້ານຕ່າງໆທີ່ຍັງບໍ່ທັນສຳເລັດ, ເກັບກຳຂໍ້ມູນເມືອງເຂັ້ມແຂງຮອບດ້ານ ໃຫ້ໄດ້ 3 ເມືອງ ຄື: ເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ; ສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບເລກທີ 72/ນຍ ແລະ 942/ຈນວ ວ່າດ້ວຍ ການຮັບຮອງເອົາບ້ານນາໂງມເກົ່າ – ນາໂງມໃໝ່ ແລະ ນາຕານ ເປັນເຂດຈຸດສຸມພັດທະນາການສ້າງເມືອງໃໝ່ ຂອງນະຄອນຫຼວງວຽງຈັນ.

9) ສຸມໃສ່ສ້າງບົດແນະນຳການຊົມໃຊ້ຜະລິດຕະພັນພາຍໃນ ແລະ ສ້າງເງື່ອນໄຂ, ມາດຕະຖານສິນຄ້າທີ່ມີຄວາມເຂັ້ມແຂງແລ້ວ ແຕ່ຍັງມີການນຳເຂົ້າຈາກຕ່າງປະເທດ, ເຂັ້ມງວດການຕິດຕາມ, ກວດກາສິນຄ້ານອກລະບົບ, ປອມແປງ ແລະ ມາດຕະຖານສິນຄ້າ ແລະ ບໍລິການ, ສືບຕໍ່ຄຸ້ມຄອງລາຄາສິນຄ້າໃນບັນຊີຄວບຄຸມ ແລະ ຄົ້ນຄວ້າໂຄງປະກອບລາຄາສິນຄ້າ ເພີ່ມ 2 ລາຍການ.

10) ຊຸກຍູ້ການແຈ້ງຂຶ້ນທະບຽນ ແລະ ປ່ຽນແປງເນື້ອໃນວິສາຫະກິດຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ – ກາງ ໃຫ້ຂະຫຍາຍຕົວ ເພີ່ມຂຶ້ນ 10%; ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກຳ ຂະຫຍາຍຕົວ 4%, ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງ ຂະຫຍາຍຕົວບໍ່ຫຼຸດ 11,5%, ການຜະລິດຫັດຖະກຳ ບໍ່ຫຼຸດ 8%; ມູນຄ່າການສົ່ງອອກສິນຄ້າ ບໍ່ໃຫ້ຫຼຸດ 18%, ມູນຄ່າສິນຄ້ານຳເຂົ້າສິນຄ້າ ບໍ່ໃຫ້ເກີນ 28%.