ສະມາຄົມຜູ້ສົ່ງອອກເຂົ້າອິນເດຍ ສະເໜີລັດອະນຸມັດການສົ່ງອອກເຂົ້າ 1 ລ້ານໂຕນ

20

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ສະມາຄົມຜູ້ສົ່ງອອກເຂົ້າຂອງອິນເດຍ ສະເໜີໃຫ້ລັດຖະບານ ອະນຸມັດການສົ່ງອອກເຂົ້າຄຸນນະພາບສູງ 1 ລ້ານໂຕນ ທີ່ຊາວອິນເດຍໃນຕ່າງປະເທດນິຍົມບໍລິໂພກ ພາຍຫຼັງທີ່ລັດຖະບານອິນເດຍ ໄດ້ອອກຄໍາສັ່ງໂຈະການສົ່ງອອກເຂົ້າ ເມື່ອວັນທີ 20 ກໍລະກົດ 2023.

ສະມາຄົມຜູ້ສົ່ງອອກເຂົ້າອິນເດຍ ລະບຸວ່າ: ລາຄາເຂົ້າ Sonamasuri ຢູ່ຕ່າງປະເທດເພີ່ມສູງຂຶ້ນ ຫຼັງການຫ້າມສົ່ງອອກ ເຊິ່ງສະມາຄົມໄດ້ສະເໜີໃຫ້ພາກລັດກຳນົດລາຄາທີ່ເປັນຖານຂອງລາຄາເຂົ້າ ຢູ່ທີ່ 1.000 ໂດລາ/ໂຕນ ແລະ ຈັດສັນໂກຕາສົ່ງອອກປີລະ 1 ລ້ານໂຕນ.

ກ່ອນໜ້ານີ້, ເມື່ອວັນທີ 20 ກໍລະກົດ 2023, ອິນເດຍ ຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກ ປະກາດຫ້າມສົ່ງອອກເຂົ້າທັງໝົດ ຍົກເວັ້ນເຂົ້າ Basmati ພາຍຫຼັງລາຄາຂາຍຍ່ອຍເຂົ້າໃນປະເທດເພີ່ມຂຶ້ນ 3% ໃນຮອບ 1 ເດືອນ ທ່າມກາງສະພາບການທີ່ລະດູຝົນມາຊ້າ. ແຕ່ເມື່ອມີຝົນ ກໍມີສະພາບຝົນຕົກໜັກ ເຮັດໃຫ້ພືດຜົນເສຍຫາຍ ເຊິ່ງຄວາມເຄື່ອນໄຫວດັ່ງກ່າວມີເປົ້າໝາຍເພື່ອຮັກສາສະຖຽນລະພາບລາຄາເຂົ້າ ແລະ ປ້ອງກັນການຂາດແຄນອາຫານໃນປະເທດ ເນື່ອງຈາກສະພາບອາກາດສົ່ງຜົນທາງລົບທີ່ຮ້າຍແຮງ.

ການຫ້າມສົ່ງອອກເຂົ້າ ເຮັດໃຫ້ຊາວອິນເດຍ ທີ່ອາໄສຢູ່ໃນຕ່າງປະເທດ ແຫ່ກັນໄປຮ້ານຄ້າ ເພື່ອກັກຕຸນເຂົ້າ ເຮັດໃຫ້ຮ້ານຄ້າບາງແຫ່ງຕ້ອງຈໍາກັດການຊື້.

ຕາມສະຖິຕິ, ລາຄາເຂົ້າທຳມະດາໃນອິນເດຍ ເພີ່ມຂຶ້ນເກືອບ 10% ໃນເດືອນກໍລະກົດປີນີ້. ຂະນະທີ່ລາຄາໃນເດືອນກັນຍາປີ 2022, ເຂົ້າທໍາມະດາ 1 ໂຕນໃນອິນເດຍ ມີລາຄາປະມານ 330 ໂດລາ ແຕ່ຕອນນີ້ມີລາຄາສູງເຖິງ 450 ໂດລາແລ້ວ.

ອິນເດຍ ເປັນຜູ້ຜະລິດເຂົ້າລາຍໃຫຍ່ທີ່ສຸດຂອງໂລກ ຄິດເປັນສັດສ່ວນຫຼາຍກວ່າ 40% ຂອງການສົ່ງອອກເຂົ້າທົ່ວໂລກ.