ຈີນ ອອກມາດຕະການກະຕຸ້ນການບໍລິໂພກພາຍໃນ

58

ລັດຖະບານຈີນ ອອກມາດຕະການກະຕຸ້ນການບໍລິໂພກພາຍໃນປະເທດ ໂດຍບໍ່ເນັ້ນການແຈກເງິນ ແຕ່ພະຍາຍາມເຮັດໃຫ້ມີຄວາມໝັ້ນໃຈວ່າ ຜູ້ບໍລິໂພກ ແລະ ພາກທຸລະກິດໃຊ້ຈ່າຍໄປກັບພາກສ່ວນທີ່ສຳຄັນຕໍ່ເສດຖະກິດ.

ເວັບໄຊຂອງ CNBC ລາຍງານວ່າ: ລັດຖະບານຈີນ ໄດ້ປະກາດ 20 ມາດຕະການ ສະໜັບສະໜູນການທ່ອງທ່ຽວ ແລະ ກະຕຸ້ນການບໍລິໂພກພາຍໃນ ໂດຍສະເພາະລົດໄຟຟ້າ ແລະ ເຄື່ອງໃຊ້ອັດສະລິຍະ ໝາຍເຖິງເຄື່ອງໃຊ້ໃນຄົວເຮືອນທີ່ເຊື່ອມຕໍ່ກັບສະມາດໂຟນ ແລະ ເປັນມິດກັບສິ່ງແວດລ້ອມ.

ຜູ້ຊ່ວຍຜູ້ອຳນວຍການຄະນະກຳມະການນະໂຍບາຍດ້ານເສດຖະກິດຂອງຈີນ ເປີດເຜີຍວ່າ: ມາດຕະການເຫຼົ່ານີ້ ບໍ່ໄດ້ເນັ້ນແຕ່ຜູ້ບໍລິໂພກເທົ່ານັ້ນ ແຕ່ເນັ້ນຊັບພາຍເອີອີກດ້ວຍ ເພື່ອເຮັດໃຫ້ຜູ້ຄົນຊື້ເຄື່ອງໃຊ້ທີ່ຈຳເປັນ ພ້ອມທັງແກ້ໄຂຈຸດອ່ອນ ເຊັ່ນ: ໃນເຂດຊົນນະບົດ.

ມາດຕະການອັນດັບຕົ້ນໆຄື ການກະຕຸ້ນໃຫ້ຊື້ລົດຍົນພະລັງງານໃໝ່ ເຊັ່ນ: ລົດພະລັງງານໄຟຟ້າ ( EV ) ແລະ ໄຮບຣີດ, ຫຼັງຈາກທີ່ລັດຖະບານໄດ້ຂະຫຍາຍເວລາຍົກເວັ້ນພາສີ, ພ້ອມທັງຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຂະຫຍາຍການຕິດຕັ້ງສະຖານີສາກແບັດເຕີຣີ ແລະ ມາດຕະການອື່ນໆ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ສຳລັບຜູ້ທີ່ນຳໃຊ້ລົດ EV, ນອກຈາກນີ້ ຍັງຮຽກຮ້ອງໃຫ້ພາກຄົວເຮືອນຈັດເຮືອນໃໝ່ ເປັນ “ ສະມາດໂຮມ ” ໂດຍສົມບູນ ເຊັ່ນ: ເຊື່ອມຕໍ່ເຄື່ອງໃຊ້ໄຟຟ້າທີ່ຮູ້ຈັກກັນໃນຊື່ອິນເຕີເນັດຊັບພະສິ່ງ.