ສອງສະພາ ສາລະວັນ – ເທື່ອທຽນເຫວ້ ລົງນາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ

78

ສະພາປະຊາຊົນແຂວງສາລະວັນ ສປປ ລາວ ກັບ ສະພາປະຊາຊົນແຂວງເທື່ອທຽນເຫວ້ ສສ ຫວຽດນາມ ຈັດກອງປະຊຸມພົບປະ, ແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນ, ການຮ່ວມມືກັນຂອງສະພາປະຊາຊົນສອງແຂວງ ໃນໄລຍະຜ່ານມາ, ຝ່າຍແຂວງສາລະວັນ ໂດຍມີ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງ ແລະ ຝ່າຍແຂວງເທື່ອທຽນເຫວ້ ໂດຍມີ ທ່ານ ນາງ ຫງວຽນ ຖິ ອ໊າຍ ເວີນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ ກໍໄດ້ມີຄໍາເຫັນສະແດງຄວາມປິຕິຍິນດີຕ້ອນຮັບຄະຜູ້ແທນສະພາປະຊາຊົນ ແຂວງເທື່ອທຽນເຫວ້ ທີ່ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ດ້ວຍໄມຕີຈິດມິດຕະພາບ ບົນພື້ນຖານການຮ່ວມມືແບບພິເສດຂອງຊາດສອງແຂວງ. ຈາກນັ້ນ, ທ່ານກໍໄດ້ລາຍງານສະພາບລວມ, ທ່າແຮງ, ຈຸດພິເສດຂອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ, ການປະຕິບັດຕາມ 3 ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງສາລະວັນ ເປັນຕົ້ນ: ການພິຈາລະນາຮັບຮອງເອົານິຕິກໍາທີ່ສໍາຄັນ, ການຕົກລົງບັນຫາສຳຄັນຂອງທ້ອງຖິ່ນ ແລະ ການຕິດຕາມກວດກາ, ການຮັບຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ, ປຶກສາດ້ານກົດໝາຍອື່ນໆ. ໃນໂອກາດນີ້, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ຜັດປ່ຽນກັນລາຍງານການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາ ແລະ ການພັດທະນາເສດຖະກິດຂອງແຂວງ, ທັງໄດ້ມີການແລກປ່ຽນດ້ານການຮ່ວມມືໃຫ້ຮັດແໜ້ນຂຶ້ນເທື່ອລະກ້າວ ໂດຍສະເພາະດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ທີ່ຈະເປັນການເຊື່່ອມໂຍງເສດຖະກິດໃຫ້ນັບມື້ກວ້າງຂວາງຂຶ້ນ. ສຳລັບການຮ່ວມມືດ້ານວຽກງານສະພາປະຊາຊົນ 2 ແຂວງໃນຕໍ່ໜ້າ ແມ່ນຈະໄດ້ຜັນຂະຫຍາຍບົດບັນທຶກກ່ຽວກັບສິດ, ໜ້າທີ່, ພາລະບົດບາດວຽກງານດັ່ງກ່າວ, ເພີ່ມທະວີແລກປ່ຽນຂໍ້ມູນ, ບົດຮຽນ ອັນເປັນພື້ນຖານທີ່ສໍາຄັນໃຫ້ແກ່ສອງຝ່າຍ ແລະ ເຫັນດີເອກະພາບຮັບຮອງເອົາການສະເໜີ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕາມຄວາມເໝາະສົມ, ເອົາໃຈໃສ່ປະສານງານ, ພົວພັນກັນຢ່າງສະໜິດແໜ້ນ, ຕໍ່ເນື່ອງ ບົນພື້ນຖານຄວາມສາມັກຄີແບບພິເສດ ລະຫວ່າງ ລາວ – ຫວຽດນາມ, ຫວຽດນາມ – ລາວ ກໍຄືສະພາປະຊາຊົນແຂວງສາລະວັນ ແລະ ແຂວງເທື່ອທຽນເຫວ້ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ຈາກນັ້ນ, ກໍໄດ້ມີການລົງນາມເຊັນບົດບັນທຶກຮ່ວມມືກັນ, ຝ່າຍສະພາປະຊາຊົນແຂວງສາລະວັນ ເຊັນໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ຝ່າຍແຂວງ ເທື່ອທຽນເຫວ້ ເຊັນໂດຍ ທ່ານ ນາງ ຫງວຽນ ຖິ ອ໊າຍ ເວີນ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານເຊິ່ງໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດ 2023, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ.