ປັດໄຈທີ່ພາໃຫ້ເກີດມະເຮັງເຕົ້ານົມ

54

ມະເຮັງເຕົ້ານົມ ເປັນພະຍາດທີ່ພົບຫຼາຍທີ່ສຸດໃນເພດຍິງ ແລະ ເປັນພະຍາດທີ່ເຮັດໃຫ້ເສຍຊີວິດໄດ້ເປັນອັນດັບຕົ້ນໆຂອງເພດຍິງ. ມະເຮັງເຕົ້ານົມ ແມ່ນການທີ່ມີເຊວຂອງເນື້ອເຕົ້ານົມບໍ່ວ່າເພດຊາຍ ຫຼື ເພດຍິງ ທີ່ມັນເຕີບ ໃຫຍ່ຂຶ້ນເອງໂດຍທີ່ບໍ່ສາມາດຄວບຄຸມໄດ້ ແລະ ມີທ່າອ່ຽງທີ່ຈະເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ອາດຈະມີການແຜ່ກະຈາຍໄປຍັງອະໄວຍະວະອື່ນຕໍ່ໄປໄດ້ ການກວດພົບມະເຮັງເຕົ້ານົມໄລຍະທໍາອິດຈະຊ່ວຍຮັກສາໄດ້ມີປະສິດທິພາບ ແລະ ຜູ້ປ່ວຍມີໂອກາດຫາຍໄດ້.
■ ປັດໄຈທີ່ພາໃຫ້ເກີດພະຍາດມະເຮັງເຕົ້ານົມ ມີດັ່ງນີ້:

▶ເພດຊາຍ:
– ເກີດຈາກກໍາມະພັນ ເນື່ອງຈາກຄົນໃນຄອບຄົວມີປະຫວັດເປັນມະເຮັງເຕົ້ານົມເຊັ່ນ: ມີການກາຍພັນຂອງຢີນບາງຢ່າງ ເຊັ່ນ: ຢີນ BRCA
– ການໄດ້ຮັບຮໍໂມນຢາບາງຢ່າງທີ່ສູງຂຶ້ນ
– ເກີດຈາກພາວະ Cryptorchidism ຄື ອັນທະບໍ່ໄດ້ຢູ່ໃນຈຸດຄວນຈະເປັນຕັ້ງແຕ່ທໍາອິດ
▶ເພດຍິງ:
– ອາຍຸ: ອາຍຸຫຼາຍຂຶ້ນ ຈະເຮັດໃຫ້ສ່ຽງເປັນມະເຮັງເຕົ້ານົມຫຼາຍຂຶ້ນ
– ຜູ້ທີ່ມີປະຫວັດໄດ້ຮັບຮໍໂມນເພດເປັນເວລາດົນ ເຊັ່ນ: ແມ່ຍິງທີ່ໝົດປະຈໍາເດືອນໄວ ຫຼື ໝົດປະຈໍາເດືອນຊ້າ.
– ແມ່ຍິງທີ່ບໍ່ເຄີຍຖືພາ ແລະ ບໍ່ເຄີຍໃຫ້ນົມລູກ
– ແມ່ຍິງທີ່ໄດ້ຮັບຮໍໂມນຫຼາຍເກີນໄປ ເຊັ່ນ: ການໄດ້ຮັບຢາຄຸມກໍາເນີດບາງຊະນິດທີ່ມີຮໍໂມນເພດຍິງ ເອສໂຕຣເຈນສູງ ເຊິ່ງເປັນຮໍໂມນເພດຍິງທີ່ຄວບຄຸມການປ່ຽນແປງຂອງລັກສະນະທາງເພດ ໃຊ້ຢາຄຸມເກີນກວ່າ 1 ປີຂຶ້ນໄປ, ມີປະຈໍາເດືອນຄັ້ງແລກຕັ້ງແຕ່ອາຍຸຍັງນ້ອຍ, ບໍ່ເຄີຍຖືພາ ແລະ ບໍ່ເຄີຍໃຫ້ນົມລູກເປັນຕົ້ນ.
– ມີປະຫວັດການເປັນມະເຮັງເຕົ້ານົມ ໂດຍສະເພາະຜູ້ເຄີຍເປັນມະເຮັງເຕົ້ານົມຂຶ້ນຂ້າງໜຶ່ງ ມີຄວາມສ່ຽງການເກີດກ້ອນມະເຮັງອີກຂ້າງໜຶ່ງ.

– ເກີດການກາຍພັນຂອງຢີນ BRCA1 ຫຼື BRCA2 ທີ່ມີຄວາມສໍາພັນກັບການເພີ່ມຄວາມສ່ຽງຂອງການເກີດມະເຮັງເຕົ້ານົມ ແລະ ການມີປະຫວັດມະເຮັງເຕົ້ານົມ ແລະ ມະເຮັງຮັງໄຂ່ໃນຄອບຄົວຕັ້ງແຕ່ຕອນຍັງນ້ອຍ.
– ມີປະຫວັດຄົນໃນຄອບຄົວເປັນມະເຮັງເຕົ້ານົມ ຈະເພີ່ມຄວາມສ່ຽງໃນການເປັນມະເຮັງເຕົ້ານົມເພີ່ມຂຶ້ນ
– ປັດໄຈອື່ນໆໃນການໃຊ້ຊີວິດປະຈໍາວັນ ເຊັ່ນ: ຄວາມຕຸ້ຍ, ຂາດການອອກກໍາລັງກາຍ, ດື່ມເຄື່ອງດື່ມແອວກໍຮໍ ແລະ ສູບຢາ ເປັນຕົ້ນ.
ມະເຮັງເຕົ້ານົມມີ 4 ໄລຍະຄື: 1). ໄລຍະທໍາອິດຈະພົບວ່າມີກ້ອນນ້ອຍໆ; 2). ກ້ອນມະເຮັງມີຂະໜາດໃຫຍ່ຂຶ້ນ; 3). ກ້ອນມະເຮັງໃຫຍ່ເພີ່ມຂຶ້ນ ແລະ ລຸກລາມໄປຍັງຕ່ອມນໍ້າເຫຼືອງ; 4). ໄລຍະສຸດທ້າຍ ມະເຮັງຈະເລີ່ມແຜ່ກະຈາຍໄປຍັງອະໄວຍະວະອື່ນ ຫຼື ມີການແຜ່ກະຈາຍໄປຍັງຕ່ອມນໍ້າເຫຼືອງອີກຂ້າງໜຶ່ງທີ່ເປັນມະເຮັງ ໄລຍະນີ້ເປັນໄລຍະແຜ່ກະຈາຍ.
■ ວິທີປ້ອງກັນມະເຮັງເຕົ້ານົມ:
– ຄວນເຂົ້າຮັບການກວດຄັດກອງມະເຮັງເຕົ້ານົມ ໂດຍສະເພາະແມ່ນຜູ້ທີ່ມີອາຍຸ 40 – 50 ປີຂຶ້ນໄປ ຄວນກວດທຸກໆ 1 ປີ.
– ຄວນປຶກສາແພດເພື່ອຮັບຄໍາແນະນໍາ ແລະ ວາງແນວທາງປິ່ນປົວທີ່ເໝາະສົມ.
[ ຂໍ້ມູນຈາກ: HYPERLINK ]