ອີຣັກ ບັນລຸຂໍ້ຕົກລົງດ້ານພະລັງງານ ມູນຄ່າ 27 ຕື້ໂດລາ

24

ເວັບໄຊສໍານັກຂ່າວ BNews.vn ລາຍງານວ່າ: ລັດຖະບານອີຣັກ ໄດ້ລົງນາມໃນຂໍ້ຕົກລົງດ້ານພະລັງງານ ກັບບໍລິສັດ  TotalEnergies ພາຍຫຼັງການເຈລະຈາຂໍ້ຕົກລົງດັ່ງກ່າວ ໄດ້ແກ່ຍາວມາແຕ່ປີ 2021 ເນື່ອງຈາກໄລຍະຜ່ານມາ ຝ່າຍອີຣັກ ມີຄໍາເຫັນທີ່ແຕກຕ່າງກັນ.

ຂໍ້ຕົກລົງດັ່ງກ່າວ ມີມູນຄ່າ 27 ຕື້ໂດລາ ໂດຍ ອີຣັກ ຖືຫຸ້ນ 30%, ບໍລິສັດ TotalEnergies ຈາກປະເທດຝຣັ່ງ ຖືຫຸ້ນ 45% ແລະ QatarEnergy ລັດວິສາຫະກິດດ້ານພະລັງງານຂອງ ກາຕາ ຖືຫຸ້ນ 25%.

ທ່ານ Patrick Pouyanne ຜູ້ບໍລິຫານສູງສຸດຂອງບໍລິສັດ TotalEnergies ກ່າວວ່າ: ນີ້ເປັນຂໍ້ຕົກລົງຄັ້ງປະຫວັດສາດ ແລະ ໄດ້ກຳນົດວັນທີ່ຈະເລີ່ມໂຄງການໃນລະດູຮ້ອນທີ່ຈະມາເຖິງນີ້ ແລະ ຈະເຫັນເງິນທຶນກ່ອນ 10 ຕື້ໂດລາ ເຊິ່ງໃນອີກ 4 ປີຕໍ່ໜ້າຈະເປັນການສົ່ງມອບໂຄງການ.

ໂຄງການ Gas Growth Integrated Project ( GGIP ) ທີ່ຈະກູ້ຄືນແກ໊ສຈາກແຫຼ່ງນໍ້າມັນ 3 ແຫ່ງ, ຈາກນັ້ນກໍຈະສະໜອງແກ໊ສໃຫ້ກັບໂຮງງານໄຟຟ້າ ເພື່ອປັບປຸງການຜະລິດໄຟຟ້າ ເຊິ່ງຈະຊ່ວຍຫຼຸດການນໍາເຂົ້າໄຟຟ້າຈາກປະເທດ ອີຣານ.

ນອກນີ້, TotalEnergies ພັດທະນາໂຮງໄຟຟ້າພະລັງງານແສງຕາເວັນ ຂະໜາດ 1 GW ເພື່ອສະໜອງໄຟຟ້າໃຫ້ກັບພູມມີພາກ Basra ແລະ ຈະສ້າງໂຮງກັ່ນນໍ້າທະເລ ເພື່ອໃຊ້ໃນຂະບວນການຜະລິດນໍ້າມັນ ເຊິ່ງຈະຊ່ວຍຫຼຸດຜ່ອນການໃຊ້ນໍ້າຈືດໃນອີຣັກ.

ອີຣັກ ເປັນຜູ້ຜະລິດນໍ້າມັນລາຍໃຫຍ່ອັນດັບຕົ້ນໆຂອງກຸ່ມປະເທດຜູ້ຜະລິດນໍ້າມັນ ( OPEC ) ໄດ້ສົ່ງອອກນໍ້າມັນດິບ ໂດຍສະເລ່ຍ 3,3 ລ້ານບາເຣລ/ວັນ; ຂະນະທີ່ການຜະລິດນໍ້າມັນໃນເຂດ Kurdistan ກໍສູງເຖິງ 450.000 ບາເຣລ/ວັນ.

ເສດຖະກິດຂອງອີຣັກ ເພິ່ງພາການສົ່ງອອກນໍ້າມັນດິບເປັນຫຼັກ ເຊິ່ງລາຍໄດ້ແມ່ນຫຼາຍກວ່າ 90% ໃນປະເທດ.