ບໍລິສັດໂຕໂຢຕ້າ ຜູ້ຜະລິດລົດລາຍໃຫຍ່ຂອງຍີ່ປຸ່ນ ປະກາດຜົນທຸລະກິດ ປີງົບປະມານ 2023 ສ້າງກຳໄລເພີ່ມຂຶ້ນ2 ເທົ່າ ເປັນສະຖິຕິສູງສຸດເປັນປະຫວັດການ ໂດຍໄດ້ແຮງຍູ້ຈາກການອ່ອນຄ່າຂອງເງິນເຢນ ແລະ ຍອດຂາຍລົດໄຮບີດ.
ເດີເຈແປນທາມລາຍງານວ່າ: ບໍລິສັດໂຕໂຢຕ້າ ມໍເຕີ ປະກາດຜົນທຸລະກິດ ປະຈຳປີງົບປະມານ2023 ສິ້ນສຸດເດືອນມີນາ 2024 ໂດຍລະບຸວ່າບໍລິສັດມີກຳໄລສຸດທິສູງສຸດສ້າງສະຖິຕິໃໝ່ ທີ່4.940ຕື້ເຢນ ຫລື ປະມານ32,9ຕື້ໂດລາສະຫະລັດ ໂດຍເພີ່ມຂຶ້ນ2 ເທົ່າຈາກປີກ່ອນໜ້ານີ້ ແລະ ມີລາຍໄດ້ສູງສຸດສ້າງສະຖິຕິໃໝ່ເຊັ່ນກັນໂດຍເພີ່ມຂຶ້ນ21,4% ຢູ່ທີ່45.100ຕື້ເຢນ ຫລື ປະມານ 300ຕື້ໂດລາສະຫະລັດ.
ຜົນທຸລະກິດດັ່ງກ່າວດີກວ່າທີ່ບໍລິສັດຄາດໄວ້ໃນເດືອນກຸມພາ ເຊິ່ງຄາດວ່າຈະມີກຳໄລສຸດທິ4.500ຕື້ເຢນ ແລະ ລາຍໄດ້ລວມຢູທີ່43.500ຕື້ເຢນ ໂດຍປັດໄຈສຳຄັນສົ່ງຜົນຕໍ່ການເຕີບໂຕຢ່າງເຂັ້ມແຂງມາຈາກອັດຕາແລກປ່ຽນຄ່າເງິນເຢນທີ່ອ່ອນຄ່າ ລວມເຖິງຍອດຂາຍລົດທີ່ເຂັ້ມແຂງ ໂດຍສະເພາະໃນກຸ່ມລົດໄຮບີດ ທີ່ຂະຫຍາຍຕົວເຖິງ31%.
ໃນເດືອນຜ່ານມາ ໂຕໂຢຕ້າລາຍງານບໍລິສັດຂາຍລົດໄດ້11,1ລ້ານຄັນ ໃນປີງົບປະມານ2023 ເພີ່ມຂຶ້ນ5% ເຊິ່ງເປັນຄັ້ງທຳອິດທີ່ບໍລິສັດຂາຍລົດໄດ້ເກີນ10ລ້ານຄັນໃນທົ່ວໂລກ.