ບໍລິສັດ ປິ່ງເຊີ່ງ ສົ່ງເສີມປູກກ້ວຍ ມອບເງິນປະກອບສ່ວນ ສ້ອມແປງເສັ້ນທາງຢູ່ຍອດອູ

19

ໃນວັນທີ 10 ກໍລະກົດ 2023 ທີ່ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງຍອດອູ ແຂວງຜົ້ງສາລີ ທ່ານ ສົມດີ ດາລາງາແກ້ວ ຕາງໜ້າ ບໍລິສັດ ປິ່ງເຊີ່ງ ສົ່ງເສີມປູກກ້ວຍ ໄດ້ນຳເອົາເງິນສົດຈຳນວນ 60.000.000 ກີບ ມາມອບໃຫ້ອົງການປົກຄອງເມືອງຍອດອູ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງຍອດອູ.

ໂດຍຕາງໜ້າມອບໂດຍ ທ່ານ ສົມດີ ດາລາງາແກ້ວ ຕາງໜ້າ ບໍລິສັດ ປິ່ງເຊີ່ງ ສົ່ງເສີມປູກກ້ວຍ ແລະ ຕາງໜ້າອົງການປົກຄອງເມືອງຂຶ້ນຮັບໂດຍ ທ່ານ ສົມຫວັງ ສຸມວິໄລ ເຈົ້າເມືອງຍອດອູ ພ້ອມດ້ວຍຄະນະນຳຂັ້ນເມືອງເຂົ້າຮ່ວມເປັນສັກຂີພິຍານ.

อาจเป็นรูปภาพของ 10 คน และ ข้อความ

ທັງນີ້ກໍ່ເພື່ອເປັນການປະກອບສ່ວນ ເຂົ້າໃນວຽກງານການພັດທະນາ ໂດຍສະເພາະກໍ່ແມ່ນການປັບປຸງສ້ອມແປງເສັ້ນທາງເຂົ້າໄປສະໜາມຖິ້ມຂີ້ເຫຍື້ອຂອງ ບ້ານອູເໜືອ, ຈຳນວນເງິນທັງໝົດ ທີ່ຜູ້ປະກອບການນຳມາມອບນີ້ທາງອົງການປົກຄອງເມືອງ ຈະນຳໄປໝູນໃຊ້ເຂົ້າໃນວຽກງານ ການປັບປຸງເສັ້ນທາງເຂົ້າໄປສະໜາມຖິ້ມຂີ້ເຫຍື້ອ.

อาจเป็นรูปภาพของ 8 คน และ ข้อความ

ໃນໂອກາດດັ່ງກ່າວນີ້ ທ່ານ ສົມຫວັງ ສຸມວິໄລ ກໍ່ໄດ້ຕາງໜ້າໃຫ້ອົງການປົກຄອງ ເມືອງຍອດອູ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງມາຍັງ ທ່ານ ສົມດີ ດາລາງາແກ້ວ ຕາງໜ້າ ບໍລິສັດ ປິ່ງເຊີ່ງ ສົ່ງເສີມປູກກ້ວຍ ທີ່ໄດ້ນຳເອົາເງິນຈຳນວນ 60.000.000 ກີບ ມາມອບໃຫ້ອົງການປົກຄອງເມືອງຍອດອູ ຄັ້ງນີ້ ເຊິ່ງມັນໄດ້ປະກອບສ່ວນອັນສຳຄັນໃນການພັດທະນາ ເມືອງຍອດອູ ໃຫ້ມີທ່າກ້າວໜ້າຢ່າງບໍ່ຢຸດຢັ້ງ.

อาจเป็นรูปภาพของ 1 คน, ห้องข่าว, แท่นบรรยาย และ ข้อความ

ໂດຍ: ຫ້ອງການຖະແຫຼງຂ່າວ ເມືອງຍອດອູ