ຜູ້ໂດຍສານທາງລາງໃນຈີນ ເພີ່ມຂຶ້ນ 37,7% ໃນເດືອນຜ່ານມາ

32

ເວັບໄຊສຳນັກຂ່າວ People’s Daily Online ລາຍງານວ່າ: ຈໍານວນການເດີນທາງຂອງຜູ້ໂດຍສານ ທີ່ຈັດໂດຍເຄືອຂ່າຍການຂົນສົ່ງທາງລົດໄຟໃນຈີນ ເພີ່ມຂຶ້ນ 37,7% ໃນດືອນມິຖຸນາ ເມື່ອທຽບເປັນລາຍປີ.

ກະຊວງຄົມມະນາຄົມຂອງຈີນ ລະບຸວ່າ: ມີການເດີນທາງໂດຍສານທັງໝົດ 2,44 ຕື້ຖ້ຽວ ຜ່ານເຄືອຂ່າຍການຂົນສົ່ງໃນ 54 ເມືອງ ເມື່ອເດືອນຜ່ານມາ ເຊິ່ງຕົວເລກດັ່ງກ່າວສູງກວ່າລະດັບສະເລ່ຍຕໍ່ເດືອນໃນປີ 2019 ຢູ່ທີ່ 22,6%.

ຂະນະດຽວກັນ, ກໍໄດ້ເປີດເຜີຍວ່າ: ສະຖິຕິເມື່ອໝົດເດືອນມິຖຸນາຜ່ານມາ ຈີນ ມີເສັ້ນທາງຂົນສົ່ງລົດໄຟໃນເຂດເມືອງ 295 ເສັ້ນທາງ ເຊິ່ງມີ ຄວາມຍາວ 9.728,3 ກິໂລແມັດ.