ເຂດເສດຖະກິດພິເສດທ່າແຂກ ສາມາດດຶງດູດການລົງທຶນໄດ້ເກືອບ 3 ຕື້ໂດລາ

64

ໃນໂອກາດທີ່ ທ່ານ ດາວໄຫຼ ແກ້ວດວງດີ ອະດີດຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຄໍາມ່ວນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຄະນະຄຸ້ມຄອງເຂດເສດຖະກິດພິເສດ ໃນພິທີປະກາດການຈັດຕັ້ງຄະນະຄຸ້ມຄອງເຂດເສດຖະກິດພິເສດ ທ່າແຂກ ແຂວງຄໍາມ່ວນ ທີ່ໄດ້ຈັດຂຶ້ນໃນວັນທີ 6 ກໍລະກົດ 2023 ທີ່ຜ່ານມາ ໂດຍທ່ານໄດ້ກ່າວວ່າ: ເຂດເສດຖະກິດພິເສດທ່າແຂກ ແມ່ນຖືກສ້າງ ຕັ້ງຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ສະບັບເລກທີ 2043/ຈຂ.ຄມ ລົງວັນທີ 15/11/2010.

ไม่มีคำอธิบายรูปภาพ

ກ່ຽວກັບວຽກງານການລົງທຶນຂອງລັດ, ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຄໍາມ່ວນ ແມ່ນໄດ້ຮັບການອະນຸມັດໂຄງການລົງທຶນຂອງລັດຕາມສາລະບານງົບປະມານມີທັງໝົດ 5 ໂຄງການ (ພາຍໃນແຂວງ 4 ໂຄງການ ແລະ ຄຂພສ 1 ໂຄງການ) ມູນຄ່າການລົງທຶນທັງໝົດ 123 ຕື້ກວ່າກີບ. ໃນນີ້ມູນຄ່າການຈັດຕັ້ງປະຕິບັດທັງໝົດ (ຕາມບົດບັນທຶກກວດກາ) ຈໍານວນ 85 ຕື້ກວ່າກີບ, ມູນຄ່າຊໍາລະໂຄງການທັງໝົດ (ຕາມບົດບັນທຶກກວດກາ) ຈໍານວນ 11 ຕື້ກວ່າກີບ, ມູນຄ່າຄ້າງຊໍາລະທັງໝົດ 74 ຕື້ກວ່າກີບ;

อาจเป็นรูปภาพของ 5 คน

ສຳລັບວຽກງານສົ່ງເສີມການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມາຮອດປັດຈຸບັນສາມາດດຶງດູດການລົງທຶນໄດ້ທັງໝົດ 35 ບໍລິສັດ. ໃນນັ້ນພາຍໃນ 17 ບໍລິສັດ, ຕ່າງປະເທດ 10 ບໍລິສັດ ແລະ ພາຍໃນຮ່ວມກັບຕ່າງປະເທດ 8 ບໍລິສັດ ໂດຍມີມູນຄ່າການລົງທຶນ 2,74 ຕື້ໂດລາ ແລະ ທຶນຈົດທະບຽນ 290,9 ລ້ານໂດລາ, ມີມູນຄ່າການລົງທຶນຕົວຈິງທັງໝົດ 27,37 ລ້ານໂດລາ, ທຶນຜູ້ລົງທຶນ 13,67 ລ້ານໂດລາ, ທຶນລັດຖະບານ 12,7 ລ້ານໂດລາ;

อาจเป็นรูปภาพของ ไซโล, โรงกลั่นน้ำมัน และ ข้อความ

ພາຍໃນເຂດມີເນື້ອທີ່ 1.458 ເຮັກຕາ, ມີເນື້ອທີ່ຕາມສັນຍາເບື້ອງຕົ້ນຈໍານວນ 1.035 ເຮັກຕາ ແລະ ເນື້ອທີ່ການຂະຫຍາຍເພີ່ມ 423 ເຮັກຕາ. ໃນນີ້, ມີເນື້ອທີ່ບໍ່ສາມາດນໍາໃຊ້ໄດ້ 349,30 ເຮັກຕາ ແລະ 1.108,70 ເຮັກຕາແມ່ນສາມາດພັດທະນາໄດ້.