ຈີນ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຟື້ນຟູສັນຍານິວເຄລຍອີຣານໂດຍໄວ

33

ຂ່າວ CRI ລາຍງານວ່າ: ໃນວັນທີ 6 ກໍລະກົດຜ່ານມາ, ທ່ານ ເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນ ປະຈຳອົງການສະຫະປະຊາຊາດ ໄດ້ກ່າວໃນກອງປະຊຸມເປີດເຜີຍຕໍ່ບັນຫານິວເຄລຍອີຣານ ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ນິວຢອກປະເທດອາເມຣິກາ ໂດຍຮຽກຮ້ອງໃຫ້ອາເມຣິກາ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງ ຊຸກຍູ້ສັນຍາຮອບດ້ານກ່ຽວກັບບັນຫານິວເຄລຍອີຣານກັບຄືນສູ່ເສັ້ນທາງປົກກະຕິໂດຍໄວ.

ທ່ານ ເກີງສວງ ກ່າວວ່າ: ສັນຍາຮອບດ້ານບັນຫານິວ ເຄລຍອີຣານ ແມ່ນເສົາຄ້ຳສຳຄັນທີ່ຮັກສາລະບົບບໍ່ແຜ່ຂະຫຍາຍນິວເຄລຍສາກົນ ແລະ ສັນຕິພາບ ສະຖຽນລະພາບຂອງຕາເວັນອອກກາງ. ລັດຖະບານຊຸດຜ່ານມາຂອງອາເມຣິກາ ໄດ້ຖອນອອກຈາກສັນຍາພຽງແຕ່ຝ່າຍດຽວ ເພື່ອກົດດັນຕໍ່ ອີຣານ ຢ່າງສຸດຂີດ, ເຮັດໃຫ້ເກີດວິກິດການນິວເຄລຍອີຣານ. ຈີນ ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງສະແດງໃຫ້ເຫັນສະຕິປັນຍາທາງການເມືອງ, ລົບລ້າງສິ່ງກີດຂວາງທີ່ເປັນກຸນແຈ ແລະ ມີຄວາມຮັບຮູ້ທີ່ເປັນເອກະພາບກັນໂດຍໄວ ເພື່ອຟື້ນຟູໃຫ້ສັນຍາຖືກປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ທ່ານ ເກີງສວງ ກ່າວຕື່ມວ່າ: ຈີນ ຍິນດີພ້ອມກັບຝ່າຍຕ່າງໆປະຕິບັດຕາມລັດທິຫຼາຍຝ່າຍຢ່າງແທ້ຈິງ, ຈັດຕັ້ງປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ເດີນຕາມເສັ້ນທາງທີ່ມີຄວາມໝັ້ນຄົງຮ່ວມກັນ, ພ້ອມກັນກໍ່ສ້າງໂຄງລ່າງໃໝ່ດ້ານຄວາມໝັ້ນຄົງຂອງຕາເວັນອອກກາງ ເພື່ອໃຫ້ຕາເວັນອອກກາງມີຄວາມສະຫງົບ.