ທີມຊາດຍິງລາວ ຢູ 19 ເສຍໃຫ້ ກໍາປູເຈຍ 1-2 ເປີດສາກບານເຕະຊີງແຊັມອາຊຽນ 2023

40

ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 19 ປີລົງສະໜາມນັດທໍາອິດເສຍໃຫ້ກັບ ທີມບານເຕະຍິງກໍາປູເຈຍ 1-2 ໃນການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ 2023 ຮຸ່ນອາຍຸບໍ່ເກີນ 19 ປີ ເມື່ອວັນທີ 5 ກໍລະກົດ 2023 ທີ່ເມືອງປາແລມບັງ ປະເທດອິນໂດເນເຊຍ ເຮັດໃຫ້ 2 ນັດທີ່ເຫຼືອຕ້ອງຊະນະສະຖານດຽວ ເພື່ອລຸ້ນເຂົ້າຮອບ.

ການແຂ່ງຂັນລາຍການດັ່ງກ່າວມີ 10 ປະເທດ ເຂົ້າຮ່ວມ ການແຂ່ງຂັນ ໂດຍແບ່ງອອເປັນ 3 ກຸ່ມ ຄັດອັນດັບ 1 ຂອງແຕ່ລະກຸ່ມຈາກ 3 ກຸ່ມ ຜ່ານເຂົ້າຮອບ ແລະ ອີກ 1 ສິດເປັນທີມອັນດັບ 2 ທີ່ມີຄະແນນດີທີ່ສຸດຜ່ານເຂົ້າຮອບຮອງຊະນະເລີດ ໂດຍທີມຊາດລາວຢູ່ກຸ່ມ A ຮ່ວມກັບ ອິນໂດເນເຊຍ, ກໍາປູເຈຍ ແລະ ຕີມໍ ເລສເຕ.

ເຊິ່ງນັດທໍາອິດແຂ່ງຂັນວັນທີ 5 ກໍລະກົດ 2023 ທີມຊາດລາວ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ຢ່າງໄວວານາທີໆ 3 ຈາກການຍິງຂອງ ນາງ ຈິນດາ ສີຫາລາດ ກ່ອນທີ່ ກໍາປູເຈຍ ຈະມາໄດ້ 2 ປະຕູລວດຈາກການຍິງຄົນດຽວຂອງ Chhit Sapheourn ນາທີໆ 10 ກັບ 53 ແລະ ຈົບການແຂ່ງຂັນ ທີມຊາດລາວ ເສຍໃຫ້ກັບ ກໍາປູເຈຍ 1-2, ສ່ວນຜົນອີກຄູ່ໜຶ່ງຂອງກຸ່ມ A ເຈົ້າພາບ ອິນໂດເນເຊຍ ຖະຫຼົ່ມ ຕີມໍ ເລສເຕ 7-0.

ຈາກຜົນດັ່ງກ່າວເຮັດໃຫ້ ອິນໂດເນເຊຍ ຢຶດທີມນໍາກຸ່ມ A ຈາກການມີ 3 ຄະແນນເທົ່າກັບ ອັນດັບ 2 ກໍາປູເຈຍ, ສ່ວນ ທີມຊາດລາວ ກັບ ຕີມໍ ຍັງບໍ່ມີຈັກຄະແນນ. ຂະນະທີ່ ຕາຕະລາງອີກ 2 ນັດຂອງທີມຊາດຍິງລາວ ຕ້ອງຊະນະສະຖານດຽວ ເພື່ອລຸ້ນເຂົ້າຮອບ ມີດັ່ງນີ້:
-ວັນທີ 7 ກໍລະກົດ 2023 ເວລາ 19:30 ໂມງ ລາວ ພົບ ອິນໂດເນເຊຍ ທີ່ສະໜາມ Gelora Sriwijaya
-ວັນທີ 9 ກໍລະກົດ 2023 ເວລາ 19:30 ໂມງ ລາວ ພົບ ຕີມໍ ເລສເຕ ທີ່ສະໜາມ Athletic Field
ຂ່າວ: Larh Creators; ຮູບຈາກ: ສຕລ