2 ກໍາມະການຍິງລາວ ຖືກແຕ່ງຕັ້ງໃຫ້ເຮັດໜ້າທີ່ໃນການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ 2023

29

ທ່ານ ນາງ ແກ້ວມະນີ ເພັງເມືອງຄູນ ກໍາມະການຕັດສິນ ແລະ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກໍາມະການຕັດສິນ ກາຍເປັນກໍາມະການຍິງລະດັບ FIFA ຈາກ ສປປ ລາວ ທີ່ໄດ້ຮັບການແຕ່ງຕັ້ງຈາກສະຫະພັນບານເຕະອາຊຽນໃຫ້ຮ່ວມເຮັດໜ້າທີ່ໃນການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ 2023 ໃນຮຸ່ນອາຍຸບໍ່ເກີນ 19 ປີທີ່ປະເທດອິນໂດເນເຊຍ.

ສະຫະພັນບານເຕະອາຊຽນ ( AFF ) ໄດ້ແຕ່ງຕັ້ງກຳມະການຕັດສິນບານເຕະ ຍີງ (FIFA) ຂອງລາວ 2 ທ່ານ ເຂົ້າຮ່ວມຕັດສິນໃນລາຍການ AFF U19 Women’s Championship 2023 ໃນລະຫວ່າງ ວັນທີ 5-16 ກໍລະກົດ 2023 ທີ່ ປະເທດອິນໂດເນເຊຍ ເຊິ່ງ 2 ທ່ານປະກອບມີຄື:

1. ທ່ານ ນ. ແກ້ວມະນີ ເພັງເມືອງຄູນ (ກຳມະການຕັດສິນ)
2. ທ່ານ ນ. ພຸດສະຫັວນ ຈັນທະວົງ (ຜູ້ຊ່ວຍກຳມະການຕັດສິນ)

ສໍາລັບ ນາງ ແກ້ວມະນີ ແລະ ນາງ ພຸດສະຫວັນ ເປັນ 2 ກໍາມະການຈາກ ສປປ ລາວ ທີ່ມີຜົນງານໂດດເດັ່ນ ໂດຍທັງສອງເລີ່ມລົງເຮັດໜ້າທີ່ໃນບານເຕະລາວ ນັບຕັ້ງແຕ່ບານເຕະຍິງ ຊີງຂັນສະຫະພັນບານເຕະແຫ່ງຊາດລາວ, ບານເຕະລາວລີກ 2, ກີລາຟຸດຊໍ ແລະ ກ້າວສູ່ການລົງເຮັດໜ້າທີ່ໃນລີກສູງສຸດຂອງ ສປປ ລາວ ມາໂດຍຕະຫຼອດຫຼາຍປີທີ່ຜ່ານມາ ຈົນມາເຖິງ 2-3 ປີທີ່ຜ່ານມາສາມາດກ້າວຂຶ້ນໄປຕັດສິນໃນລາຍການລະດັບອາຊຽນ ແລະ ອາຊີ.