ໃຜຫຼິ້ນກັບນໍ້າກະທ່ອມ ແລະ ຢາສູບໄຟຟ້າ ຕໍ່ໄປຈະຈັດການໃນຂັ້ນເດັດຂາດ

268

ນໍ້າກະທ່ອມ ແລະ ຢາສູບໄຟຟ້າ ແມ່ນເປັນໜຶ່ງໃນບັນຫາທີ່ເກີດຂຶ້ນໃນສັງຄົມ ເຊິ່ງສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ໄດ້ຮັບຄວາມນິຍົມໃນໝູ່ໄວລຸ້ນ ເຊິ່ງລັດຖະບານເຫັນວ່າ ເປັນສິ່ງເສບຕິດ, ມີອັນຕະລາຍ ແລະ ຜິດກົດໝາຍ ດັ່ງນັ້ນ, ທາງພາກລັດຈຶ່ງພະຍາຍາມປາບປາມເພື່ອໃຫ້ໝົດໄປຈາກສັງຄົມ ແຕ່ເຖິງຢ່າງໃດກໍຕາມກໍຍັງປະກົດເຫັນມີການລະບາດຂອງ ນ້ຳກະທ້ອມ ແລະ ຢາສູບໄຟຟ້້າເຫຼົ່ານີ້ຢູ່ທົ່ວໄປ.

เปิดรูปภาพ

ຕໍ່ບັນຫາດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຊີ້ແຈງບັນຫານໍ້າກະທ່ອມ ແລະ ຢາສູບໄຟຟ້າ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 5 ກໍລະກົດ 2023.

ໂດຍທ່ານໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ຕໍ່ບັນຫາດັ່ງກ່າວນີ້ວ່າ: ບັນຫາທີ 1 ກ່ຽວກັບນໍ້າກະທ່ອມ(ໃບກະທ່ອມ) ແລະ ຢາສູບ ຜ່ານມາບັນຫາດັ່ງກ່າວກົດໝາຍອາຍາວ່າດ້ວຍຢາເສບຕິດຍັງບໍ່ທັນໄດ້ກໍານົດແຈ້ງແຕ່ໃນພາກຈັດຕັ້ງປະຕິບັດຕົວຈິງເຫັນວ່າມີຫຼາຍບັນຫາທີ່ເກີດຂຶ້ນໂດຍສະເພາະແມ່ນຢາສູບໄຟຟ້າ, ປູມເປົ້າ ຫຼື ໃບກະທ່ອມ. ໂດຍພວກເຮົາໄດ້ຕົກລົງອອກເປັນຄໍາສັ່ງຂອງອົງການອົງການໄອຍະການປະຊາຊົນສູງສຸດເຖິງບັນດາອົງການໄອຍະການປະຊາຊົນທ້ອງຖິ່ນໃນຂົງເຂດທົ່ວປະເທດເພື່ອເຂັ້ມງວດ ແລະ ເດັດຂາດໃນການດໍາເນີນຄະດີຕໍ່ບັນຫາດັ່ງກ່າວນີ້.

ไม่มีคำอธิบายรูปภาพ

ແນ່ນອນວ່າຜ່ານການຈັດຕັ້ງປະຕິບັດຕົວຈິງຮອດປັດຈຸບັນພວກເຮົາໄດ້ຮັບການລາຍງານຈາກອົງການໄອຍະການປະຊາຊົນໃນຂອບເຂດທົ່ວປະເທດ ບາງທ້ອງຖິ່ນບາງແຂວງແມ່ນໄດ້ຈັດຕັ້ງປະຕິບັດ ແລະ ສັ່ງຟ້ອງໄປຫາສານແລ້ວ ແລະ ຍັງມີບາງແຂວງທີ່ບໍ່ທັນໄດ້ຈັດຕັ້ງປະຕິບັດ ແຕ່ເຖິງຢ່າງໃດກໍຕາມເພື່ອແກ້ໄຂສະພາບທີ່ເຄັ່ງຮ້ອນດັ່ງກ່າວ ພາຍຫຼັງກອງປະຊຸມຄັ້ງນີ້ສໍາເລັດອົງການໄອຍະການປະຊາຊົນສູງສຸດຈະນໍາເອົາບັນຫາດັ່ງກ່າວໄປຄົ້ນຄວ້າ ແລະ ຫັນໄປເປັນນິຕິກໍາ, ຄໍາສັັ່ງ, ຄໍາແນະນໍາຈໍານວນໜຶ່ງເພື່ອໃຫ້ເປັນເຄື່ອງມືອັນລະອຽດໃຫ້ແກ່ການຈັດຕັ້ງປະຕິບັດຢູ່ຂັ້ນທ້ອງຖິ່ນ ໝາຍຄວາມວ່າໃຫ້ສາມາດຈັດຕັ້ງປະຕິບັດໄດ້ເດັດຂາດ.

ນອກຈາກນັ້ນ, ບັນຫາກ່ຽວກັບການໂຄສະນາການເຜີຍແຜ່ນີ້ ຖ້າອາໄສພຽງລໍາພັງແຕ່ໄອຍະການຈະເປັນໄປໄດ້ຍາກ ຕ້ອງມີຫຼາຍພາກສ່ວນໃຫ້ການຮ່ວມມື, ໃຫ້ການວະໜັບສະໜູນຈຶ່ງສາມາດເຮັດໄດ້. ແຕ່ສິ່ງທີ່ໄອຍະການເຮັດໄດ້ໃນປັດຈຸບັນນີ້ ນອກຈາກທີ່ໄດ້ລົງໂຄສະນາເຜີຍແຜ່ດ້ວຍຕົນເອງແລ້ວ ຍັງເອົາລົງວາລະສານຂອງໄອຍະການປະຊາຊົນ ແຕ່ວາລະສານນັ້ນຈະຢາຍໄປໃຫ້ທົ່ວເຖິງທຸກເຂດແຂວງນັ້ນເປັນໄປບໍ່ໄດ້ ອີງໃສ່ງົບປະມານທີ່ຈໍາກັດ.

ແພດອາເມລິກາ ຂໍໃຫ້ເລີກໃຊ້ ຢາສູບໄຟຟ້າ ເນື່ອງຈາກຍອດຜູ້ເສຍຊີວິດ ແລະ ຜູ້ປ່ວຍ ເພີ່ມຂຶ້ນ

ພ້ອມດຽວກັນນັ້ນພວກເຮົາຍັງມີລາຍການໂທລະພາບແຫ່ງຊາດສົມທົບເພື່ອເຜີຍແຜ່ກົດໝາຍຈໍານວນໜຶ່ງ ນອກຈາກນີ້ ກໍແມ່ນການໂຄສະນາໂດຍການສົ່ງບັນດາຫົວໜ້າກົມ, ບັນດາວິຊາການຈັດກຸ່ມລົງໂຄສະນາບັນຫານີ້ຢູ່.