Iceland ຍັງຄອງອັນດັບ 1 ປະເທດ ທີ່ມີຄວາມສະຫງົບສຸກທີ່ສຸດໃນໂລກ

34

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຖາບັນວິໄຈດ້ານເສດຖະສາດ ແລະ ສັນຕິພາບ ( IEP ) ໄດ້ເປີດເຜີຍດັດສະນີສັນຕິພາບໂລກ ( GPI ) ປະຈຳປີ 2023 ປາກົດວ່າ ປະເທດ Iceland ຄອງອັນດັບ 1 ປະເທດທີ່ມີຄວາມສະຫງົບສຸກທີ່ສຸດໃນໂລກ ຈາກການສຳຫຼວດ 163 ປະເທດ ແລະ ເຂດແຄວ້ນ ໂດຍມີ 2.061 ຄະແນນ.

ການສຳຫຼວດດັດສະນີ GPI ປະຈຳປີ 2023 ໄດ້ສຳຫຼວດ 163 ປະເທດ ແລະ ເຂດແຄວ້ນ ກວມເອົາປະຊາກອນໂລກທັງໝົດ 99,7% ໂດຍອາໄສປັດໄຈຊີ້ບອກເຊີງປະລິມານ ແລະ ຄຸນນະພາບ ຈາກແຫຼ່ງທີ່ເຊື່ອຖືໄດ້ທັງໝົດ 23 ຕົວປ່ຽນແປງ, ແບ່ງເປັນ 3 ໝວດ ໄດ້ແກ່: ຄວາມຂັດແຍ່ງທັງພາຍໃນ ແລະ ລະຫວ່າງປະເທດ, ຄວາມໝັ້ນຄົງ ແລະ ຄວາມປອດໄພທາງສັງຄົມ ແລະ ຄວາມເຂັ້ມແຂງທາງທະຫານ ( ແສນຍານຸພາບທາງທະຫານ ).

ຜົນການຈັດອັນດັບດັດສະນີ GPI ປາກົດວ່າ: ໂດຍສະເລ່ຍແລ້ວ ໂລກມີສັນຕິພາບຫຼຸດລົງ 0,42% ແລະ ສັນຕິພາບໂລກເສື່ອມຖອຍລົງເປັນປີທີ 13 ໃນໄລຍະ 15 ປີຜ່ານມາ ໂດຍມີ 84 ປະເທດ ມີສັນຕິພາບເພີ່ມຂຶ້ນ ແຕ່ອີກ 79 ປະເທດມີສັນຕິພາບຫຼຸດລົງ. ທັງນີ້ Iceland ຍັງຄອງອັນດັບ 1 ປະເທດທີ່ມີຄວາມສະຫງົບສຸກທີ່ສຸດໃນໂລກເປັນ 15 ປີຕິດຕໍ່ກັນ, ຕາມມາດ້ວຍດານມາກ, ໄອແລນ, ນິວຊີແລນ ແລະ ອົດສະ ຕຣາລີ, ໃນຂະນະທີ່ປະເທດທີ່ມີ ຄວາມສະຫງົບສຸກໜ້ອຍທີ່ສຸດໃນໂລກ ໄດ້ແກ່ ອັຟການິດສະຖານ, ເຢແມນ, ຊີເຣຍ, ຊູດານໃຕ້ ແລະ ສາທາລະນະລັດກົງໂກ.

ສຳລັບ 10 ອັນດັບທຳອິດ ປະເທດທີ່ມີຄວາມສະຫງົບສຸກຫຼາຍທີ່ສຸດໃນໂລກ ປະຈຳປີ 2023 ໄດ້ແກ່: 1). Iceland; 2). ດານມາກ; 3). Ireland; 4). ນິວຊີແລນ; 5). ອົດສະຕຣາລີ; 6). ສິງກະໂປ; 7). ປ໊ອກຕຸຍການ; 8). ສະໂລວາເນຍ; 9). ຍີ່ປຸ່ນ ແລະ 10). ສະວິດເຊີແລນ.

ສ່ວນ 10 ອັນດັບປະເທດທີ່ມີ ຄວາມສະຫງົບສຸກໜ້ອຍທີ່ສຸດໃນໂລກ ໄດ້ແກ່: ອັນດັບທີ 163 ອັຟການິດສະຖານ, 162 ເຢແມນ, 161 ຊີເຣຍ, 160 ຊູດານໃຕ້, 159 ສາທາລະນະລັດກົງໂກ, 158 ຣັດເຊຍ, 157 ອູແກຣນ, 156 ໂຊມາເລຍ, 155 ຊູດານ ແລະ 154 ອີຣັກ.