6 ເດືອນ ຫວຽດນາມ ສົ່ງອອກຜະລິດຕະພັນໄມ້ ບັນລຸ 6,4 ຕື້ໂດລາ

39

ເວບໄຊສຳນັກຂ່າວ BNews.vn ລາຍງານວ່າ: ກົມປ່າໄມ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສສ ຫວຽດນາມ ລາຍງານວ່າ: ມູນຄ່າການສົ່ງອອກຜະລິດຕະພັນໄມ້ ໃນໄລຍະ 6 ເດືອນຕົ້ນປີນີ້ ຢູ່ທີ່ 6,42 ຕື້ໂດລາ ຫຼຸດລົງ 28,8% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ມູນຄ່າສົ່ງອອກຜະລິດຕະພັນໄມ້ ບໍ່ເຖິງ 36% ຂອງແຜນການ, ໃນນັ້ນ ໄມ້ ແລະ ຜະລິດຕະພັນໄມ້ມີມູນຄ່າ 5,96 ຕື້ໂດລາ ຫຼຸດລົງ 29% ແລະ ຜະລິດຕະພັນເຄື່ອງປ່າຂອງດົງ ມີ 455,7 ລ້ານໂດລາ ຫຼຸດລົງ 26,2%. ແຕ່ກໍຍັງເກີນດຸນການຄ້າປະມານ 5,32 ຕື້ໂດລາ ຄິດເປັນ 70% ທຽບໃສ່ໄລຍະດຽວກັນຂອງປີ 2022.

ຈາກຂໍ້ມູນຂອງກົມປ່າໄມ້ ໃຫ້ຮູ້ວ່າ: ການໃຊ້ປະໂຫຍດຈາກປ່າປູກຢ່າງລວມສູນທົ່ວປະເທດ ໃນໄລຍະ 6 ເດືອນຕົ້ນປີ 2023 ສູງເຖິງ 8,806 ລ້ານແມັດກ້ອນ  ເທົ່າກັບ 40% ຂອງແຜນປີ ແລະ ເພີ່ມຂຶ້ນ 3,7% ເມື່ອທຽບປີຕໍ່ປີ. ສຳລັບການອອກໃບຮັບຮອງໄມ້ ໄດ້ປະມານ 29.500 ເຮັກຕາ ( ບັນລຸ 29,5% ຂອງແຜນການປີ 2023 ) ແລະ 30.000 ເຮັກຕາ ໄດ້ຜ່ານການສຳຫຼວດຕີລາຄາ ລໍຖ້າການອອກໃບຮັບຮອງ ເຮັດໃຫ້ພື້ນທີ່ການຮັບຮອງທັງໝົດ 439,5 ເຮັກຕາ ໃນ 32 ແຂວງທົ່ວປະເທດ.

ນອກຈາກນີ້, ຍັງກຽມກ້າເບ້ຍໄມ້ປະມານ 600 ລ້ານເບ້ຍ ເຊິ່ງຈະກ້າເບ້ຍໄມ້ທຸກຊະນິດ ເພື່ອຮອງຮັບແຜນການປູກໄມ້ໃນປີ 2023. ຂະນະທີ່ພື້ນທີ່ປ່າໄມ້ປູກໃໝ່ ໃນໄລຍະ 6 ເດືອນຂອງປີນີ້ ມີປະມານ 124.000 ເຮັກຕາ ເພີ່ມຂຶ້ນ 4,1% ຈາກໄລຍະດຽວກັນຂອງປີຜ່ານມາ ແລະ ປີກ່ອນໜ້ານີ້ອີກ. ສ່ວນການຄຸ້ມຄອງປ່າປູກ ມີ 384,77 ເຮັກຕາ ເພີ່ມ 1,2%; ການແບ່ງເຂດ ແລະ ສົ່ງເສີມການຟື້ນຟູປ່າ 108.679 ເຮັກຕາ ເພີ່ມຂຶ້ນ 11,7%; ການປູກຕົ້ນໄມ້ທົ່ວໄປ ມີປະມານ 45,9 ລ້ານຕົ້ນ ເພີ່ມຂຶ້ນຫຼາຍກວ່າ 5%.