ແກງໄກ່ລາດ ໃສ່ ຜັກກາດຕີນໝີ

83

ໄກ່ລາດ ເປັນວັດຖຸດິບຊັ້ນດີຂອງອາຫານພື້ນເມືອງ ປຸງແຕ່ງເຮັດເມນູຫຍັງກໍແຊບ ແລະ ມື້ນີ້ເຮົາຈະພາມາເຮັດມານູແກງໄກ່ລາດ ໃສ່ຜັກກາດຕີນໝີ ແລະ ຜັກຊີ ຫອມໆ ແຊບໆໄວ້ກິນເອງ.

▶ວັດຖຸດິບ: ໄກ່ລາດ ຄົວແລ້ວ, ຜັກກາດຕີນໝີ, ຂີງ, ຫົວຜັກບົ່ວ, ຫົວຜັກທຽມ, ຫົວສີໃຄ, ເກືອ, ແປ້ງນົວ, ນໍ້າປາ, ຜັກຊີ, ຫອມບົ່ວ, ນໍ້າສະອາດ ( ລ້າງຜັກທຸກຢ່າງໃຫ້ສະອາດ ).

▶ວິທີເຮັດ: ຕັດໄກ່ລາດເປັນຕ່ອນ ( ໃຫຍ່ – ນ້ອຍ ຕາມໃຈມັກ ), ຕັດຜັກກາດຕີນໝີໃຫ້ເປັນຕ່ອນຂະໜາດຕາມໃຈ. ຈາກນັ້ນກໍຄ້າງໝໍ້ຂຶ້ນ ທຸບຂີງ, ຫົວຜັກບົ່ວ, ຫົວຜັກທຽມ, ຫົວສີໃຄ, ເກືອ ແລະ ໄກ່ ລົງໄປຂົ້ວໃຫ້ຫອມ ແລ້ວຕື່ມນໍ້າປະມານ 1,5 ລິດ ຕົ້ມໃຫ້ໄກ່ສຸກ ແລ້ວຕື່ມແປ້ງນົວລົງ ພ້ອມເອົາຜັກກາດຕີນໝີລົງຕົ້ມໃຫ້ຜັກກາດສຸກແລ້ວຊີມ ແລະ ປຸງລົດຊາດດ້ວຍນໍ້າປາ ຖ້າພໍດີແລ້ວໃຫ້ຊອຍຫອມບົ່ວ ແລະ ຜັກຊີລົງ ຄົນໃຫ້ເຂົ້າກັນ ປິດໄຟເປັນອັນສຳເລັດ ສຳລັບເມນູ ແກງໄກ່ລາດ ໃສ່ຜັກກາດຕີນໝີ.
[ ໂດຍ: ນົກແຕນແວນ ]