ກິນອາຫານໂດຍບໍ່ເລືອກ ສ່ຽງຕໍ່ຫຼາຍພະຍາດ

75

ປັດຈຸບັນຫຼາຍຄົນມັກໃຊ້ຊີວິດໃນການເຮັດວຽກແຂ່ງກັບເວລາ ເຮັດໃຫ້ບໍ່ມີເວລາໃນການເບິ່ງແຍງສຸຂະພາບ, ດັ່ງນັ້ນຈໍາເປັນຕ້ອງເລືອກຮັບປະທານອາຫານທີ່ສະດວກ, ໄວເຊັ່ນ: ອາຫານປະເພດຈືນ, ອາຫານສໍາເລັດຮູບ, ໝີ່ກ່ອງ…ເພື່ອປະຢັດເວລາໃນການໃຊ້ຊີວິດໂດຍບໍ່ຄໍານຶງວ່າອາຫານທີ່ເຮົາກິນເຂົ້າໄປນັ້ນມີປະໂຫຍດພຽງພໍ ຫຼື ບໍ່ ອາຫານຕ່າງໆເຫຼົ່ານັ້ນ ຖ້າຮັບປະທານໃນປະລິມານຫຼາຍອາດຈະສົ່ງຜົນເສຍ ແລະ ເກີດບັນຫາສຸຂະພາບຕາມມາໄດ້ ຖ້າເຮົາກິນຕາມໃຈ ເຮົາຄວນເລືອກຮັບປະທານອາຫານທີ່ມີປະໂຫຍດ ແລະ ຄວນຫຼີກລ່ຽງອາຫານເຫຼົ່ານີ້:

1. ອາຫານປະເພດຈືນ, ປີ້ງ: ເປັນອາຫານທີ່ໃຊ້ຄວາມຮ້ອນສູງຈະເຮັດໃຫ້ເກີດພະຍາດມະເຮັງຕ່າງໆ ນອກຈາກນີ້ຍັງມີສານອັນຕະລາຍທີ່ເກີດຈາກການຈືນ, ປີ້ງ ແລະ ອື່ນໆ ເຊັ່ນ: ສານໄນໂຕຣຊາມີນທີ່ມັກຈະແຝງຕົວຢູ່ໃນປາມຶກແຫ້ງ ແລະ ອາຫານທະເລ ອາຫານສ່ວນໃຫຍ່ຈະມີສານເຕີມແຕ່ງລົດຊາດ, ໃສ່ສານກັນບູດ ເຊັ່ນ: ມັນຝຣັ່ງຈືນ, ໄກ່ຈືນ, ໂດນັດ ເປັນຕົ້ນ. ການຮັບປະທານອາຫານປະເພດນີ້ຈະສ່ຽງຕໍ່ພະຍາດຕຸ້ຍ, ມະເຮັງ, ໄຂມັນໃນເລືອດສູງ ແລະ ພະຍາດຫຼອດເລືອດໃນສະໝອງ.
2. ອາຫານແປຮູບ ແລະ ອາຫານແຊ່ແຂງ ລວມທັງອາຫານກະປ໋ອງ ອາຫານສໍາເລັດຮູບພ້ອມຮັບປະທານ ອາຫານເຫຼົ່ານີ້ຕ້ອງຜ່ານຂະບວນການຍືດອາຍຸອາຫານ ເພື່ອໃຫ້ເກັບໄວ້ກິນໄດ້ດົນ ລວມທັງການປະສົມສານເຄມີທີ່ໃຊ້ໃນການແປຮູບອາຫານ ເຊັ່ນ: ສານກັນບູດ ແລະ ໂຊດ້ຽມສູງ. ນອກຈາກຈະມີເຄມີແລ້ວອາຫານເຫຼົ່ານີ້ບໍ່ມີປະໂຫຍດທາງຄຸນຄ່າອາຫານເຊັ່ນ: ໄສ້ກອກ, ແຮມ… ຖ້າກິນເປັນປະຈໍາ ສາມາດສະສົມໃນຮ່າງກາຍ ແລະ ສົ່ງຜົນກະທົບຕໍ່ລະບົບປະສາດສ່ວນກາງ ແລະ ເຮັດໃຫ້ການຮຽນຮູ້, ການຈື່ຈໍາບໍ່ຄ່ອຍດີ ຈົນໄປສູ່ພະຍາດສະໝອງເສື່ອມ.

3. ເຄື່ອງດື່ມແອວກໍຮໍ, ກາເຟ, ນໍ້າອັດລົມ: ເຄື່ອງດື່ມເຫຼົ່ານີ້ມັກມີສ່ວນປະສົມຂອງນໍ້າຕານໂດຍສະເພາະນໍ້າອັດລົມຈະມີສ່ວນປະສົມຂອງນໍ້າຕານຫຼາຍຖ້າດື່ມເປັນປະຈໍາ ຈະເຮັດໃຫ້ຫຼຸດພະລັງງານລົງໃນແຕ່ລະມື້ ນອກຈາກນັ້ນຍັງເພີ່ມໂອກາດໃຫ້ເກີດພະຍາດຕຸ້ຍ, ພະຍາດເບົາຫວານ, ໄຂມັນອັດຕັນເສັ້ນເລືອດ. ສ່ວນເຄື່ອງດື່ມປະເພດເຫຼົ້າເບຍ ນອກຈາກຈະສົ່ງຜົນເສຍຕໍ່ຮ່າງກາຍ ແລະ ຕັບແລ້ວ ການດື່ມແອວກໍຮໍຕິດຕໍ່ກັນເປັນເວລາດົນຍັງສົ່ງຜົນກະທົບຕໍ່ລະບົບສະໝອງ, ການເຮັດວຽກຂອງຕັບ ແລະ ການເຮັດວຽກອື່ນໆຂອງຮ່າງກາຍ.
4. ອາຫານສຸກໆດິບໆ: ອາຫານທີ່ປຸງແຕ່ງບໍ່ສຸກສ່ຽງຕໍ່ການມີພະຍາດ ແລະ ເຊື້ອພະຍາດທີ່ບໍ່ໄດ້ກໍາຈັດ ຫຼື ບໍ່ໄດ້ຂ້າໃຫ້ຕາຍດ້ວຍຄວາມຮ້ອນ ຈະເກີດ ຄວາມສ່ຽງພະຍາດ ແລະ ຕິດເຊື້ອທາງເດີນອາຫານອີກດ້ວຍ.
5. ການຮັບປະທານອາຫານລົດຊາດຈັດໆ ເຊັ່ນ: ອາຫານລົດຊາດຫວານເກີນໄປ ຈະສົ່ງຜົນໃຫ້ເປັນພະຍາດເບົາຫວານ, ຮ່າງກາຍບໍ່ສາມາດຄວບຄຸມໄດ້ ເພາະເກີນປະລິມານສົ່ງຜົນໃຫ້ເກີດພະຍາດຕຸ້ຍ, ຫົວໃຈ ແລະ ພະຍາດໄຕ; ອາຫານເຜັດຈັດ: ຈະເຮັດໃຫ້ເກີດການລະຄາຍເຄືອງໃນກະເພາະອາຫານໄດ້, ນອກຈາກນີ້ອາຫານລົດເຄັມຈະເຮັດໃຫ້ເລືອດໃນຮ່າງກາຍໄຫຼວຽນຊ້າ ແລະ ຄວາມດັນເລືອດສູງ. ສ່ວນອາຫານລົດສົ້ມ ຈະເຮັດໃຫ້ເຈັບທ້ອງ ແລະ ລະບົບນໍ້າເຫຼືອງໃນຮ່າງກາຍມີບັນຫາ ຈຶ່ງເຮັດໃຫ້ບາດແຜຫາຍຊ້າ.
[ ຂໍ້ມູນຈາກ: Sanook ]