ມົກ ຮວຍໄຂ່ໄກ່ ໃສ່ໃບອີ່ຕູ່

97

ຮວຍໄຂ່ໄກ່ ເປັນວັດຖຸດິບຊັ້ນດີທີ່ຈະເອົາມາແຕ່ງອາຫານ ເຊິ່ງສາມາດເຮັດໄດ້ຫຼາຍເມນູ ເຊັ່ນ: ຕົ້ມຈໍ້າແຈ່ວ, ເອາະ, ອ່ອມ, ອົບ, ແກງ, ມົກ ແລະ ອີກຫຼາຍເມນູ. ດັ່ງນັ້ນມື້ນີ້ ຄໍລຳອາຫານ ຈະພາທ່ານມາເຮັດມົກຮວຍໄຂ່ໄກ່ ກິນເອງແບບແຊບໆ.
▶ວັດຖຸດິບ: ຮວຍໄຂ່, ເຂົ້າເບືອ, ຫົວສີໃຄ, ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມ, ຜັກອີ່ຕູ່, ຫອມບົ່ວ, ຜັກຊີ ( ໃສ່ກໍໄດ້ບໍ່ໃສ່ກໍໄດ້ ), ເກືອ, ແປ້ງນົວ, ນໍ້າປາ, ໃບຕອງ.

▶ວິທີເຮັດ: ລ້າງ ແລະ ຕັດຮວຍໄຂ່ໄກ່ໃຫ້ສະອາດ ໃສ່ຊາມໄວ້, ຈາກນັ້ນຊອຍຫົວສີໃຄ ປະມານ 2 ຫົວ, ຫົວຜັກບົ່ວ 3 – 4 ຫົວ, ຫົວ ຜັກທຽມ 5 – 6 ກີບ, ເຂົ້າເບືອ 1 – 2 ກຳມື, ໝາກເຜັດ ຈະບົດລົງໄປພ້ອມ ຫຼື ໃສ່ເປັນໜ່ວຍກໍໄດ້, ບົດເຂົ້າກັນໃຫ້ລະອຽດ ( ຕຳກໍໄດ້ ) ແລ້ວນຳໄປຖອກໃສ່ຮວຍໄຂ່ ຈາກນັ້ນກໍຕື່ມເກືອ,

ແປ້ງນົວ ພ້ອມສິດນໍ້າປາລົງໄປເລັກໜ້ອຍ ແລ້ວຊອຍຜັກອີ່ຕູ່ ແລະ ຫອມບົ່ວລົງ ຄົນໃຫ້ເຂົ້າກັນດີ, ຈາກນັ້ນກໍເອົາປາຍລີ້ນແຕະຊີມເບິ່ງລົດຊາດ ແລ້ວຈຶ່ງໄປລ້າງປາກເອົາ. ປຸງໃຫ້ພໍດີແລ້ວ ຕັກໃສ່ໃບຕອງເຮັດເປັນຫໍ່ ຫຼື ຈະໃສ່ຖ້ວຍຫີນ ແລ້ວນຳໄປໜຶ້ງ ປະມານ 40 ນາທີ ຫຼື 1 ຊົ່ວໂມງ ກໍສຸກແລ້ວ.
[ ໂດຍ: ນົກແຕນແວນ ]