6 ເດືອນຢູ່ອັດຕະປືມີ 11 ຄົນຈາກໄປຍ້ອນອຸບັດຕິເຫດ

36

ໃນໄລຍະ 6 ເດືອນຕົ້ນປີ 2023 ນີ້ ທົ່ວແຂວງອັດຕະປື ມີອຸປະຕິເຫດເກີດຂຶ້ນຕາມທ້ອງທະໜົນຫຼວງ ທັງໝົດ 153 ຄັ້ງ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 18 ລາຍ, ມີພາຫະນະເປ່ເພ ຈໍານວນ 211 ຄັນ, ມີຄົນໄດ້ຮັບບາດເຈັບ ຈໍານວນ 221 ຄົນ, ມີຜູ້ເສຍຊີວິດ ຈໍານວນ 11 ຄົນ ແລະ ລວມມູນຄ່າເສຍຫາຍຈາກການເກີດອຸບັດຕິເຫດມີສູງເຖິງ 983 ລ້ານກີບ.

เปิดรูปภาพ

ທ່ານ ຮ້ອຍເອກ ສົມໃຈ ນາມປະກາສິດ ຫົວໜ້າກອງ ສືບສວນ-ສອບສວນ ຄະດີອຸປະຕິເຫດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງອັດຕະປື ໄດ້ໃຫ້ສຳພາດເມື່ອວັນທີ 3 ກໍລະກົດ 2023 ທີ່ຜ່ານມາວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້ ຢູ່ແຂວງອັດຕະປື ອຸບັດຕິເຫດເກີດຂຶ້ນສ່ວນໃຫຍ່ແລ້ວ ແມ່ນເກີດຈາກນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະລາຈອນ ເປັນຕົ້ນ: ເມົາແລ້ວຂັບຂີ່ພະຫະນະ, ຂັບຂີ່ລົດໄວເກີນກໍານົດ, ບໍ່ປ່ອຍສິດໃຫ້ກັນ ແລະ ກັນ, ປ່ຽນທິດຢ່າງກະທັນຫັນ, ລວມໄປເຖິງສະພາບເຕັກນິກຂອງພາຫະນະບໍ່ໄດ້ມາດຖານ ແລະ ອື່ນໆ.

ไม่มีคำอธิบายรูปภาพ

ໃນຂະນະດຽວກັນ ໄລຍະ 6 ເດືອນຜ່ານມາ ທາງເຈົ້າໜ້າທີ່ຕໍາຫຼວດຈະລາຈອນແຂວງ ກໍ່ໄດ້ເຄື່ອນໄຫວສະກັດກັ້ນສະພາບການເກີດອຸປະຕິເຫດຕາມທ້ອງຖະໜົນຫຼວງ ດ້ວຍຫຼາຍວິທີການ ເປັນຕົ້ນ: ໄດ້ລົງຈັດສັນສະຖານທີ່ ທີ່ມີການຈອດລົດແອອັດຕາມເສັ້ນທາງ ພ້ອມກັບລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ຢູ່ບັນດາເມືອງ, ຕາມໜວດໂຮງຮຽນ ແລະ ບັນດາບ້ານພາຍໃນແຂວງ, ເພື່ອເລັງໃສ່ໃຫ້ນັກຮຽນ ແລະ ພໍ່ແມ່ປະຊາຊົນ ຮັບຮູ້ເຂົ້່າໃຈເຖິງກົດລະບຽບການສັນຈອນ ກໍ່ຄືການໃຊ້ລົດໃຊ້ຖະໜົນໃຫ້ຖືກຕ້ອງຕາມລະບຽບກົດຈະລາຈອນ .

फ़ोटो के बारे में कोई जानकारी नहीं दी गई है.

ທ່ານ ຮ້ອຍເອກ ສົມໃຈ ນາມປະກາສິດ ຫົວໜ້າກອງ ສືບສວນ-ສອບສວນ ຄະດີອຸປະຕິເຫດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຍັງໄດ້ຮຽກຮ້ອງມາຍັງນັກຂັບຂີ່ ຜູ້ທີ່ໃຊ້ລົດ ໃຊ້ຖະໜົນ ຈົ່ງໃຫ້ຄວາມສໍາຄັນ ໃນການປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ບັນດາພໍ່ແມ່ຜູ້ປົກຄອງທຸກທ່ານຕ້ອງເປັນເຈົ້າການສຶກສາອົບຮົມ ແນວຄິດລູກຫຼານຂອງຕົນ ໃຫ້ເຄົາລົບ ແລະ ປະຕິບັດລະບຽບກົດຈະລາຈອນໃຫ້ເຂັ້ມງວດ ທັງນີ້ກໍ່ເພື່ອຄວາມປອດໄພໃນຊີວິດ ແລະ ຫຼີກລຽງການສູນເສຍດ້ານຊີວິດ ແລະ ຊັບສິນ ຈາກການເກີດອຸບັດຕິເຫດໃນທ້ອງທະໜົນ.

ໂດຍ: ຂ່າວສານອອນລາຍ ອັດຕະປື