ລໍ້ເຮືອບິນຫຼຸດເກີດຈາກເຫດສຸດວິໄສ ບໍ່ກ່ຽວກັບສະພາບເຕັກນິກ

180

ຈາກເຫດການທີ່ເຮືອບິນຂອງການບິນລາວລຳໜຶ່ງ ທີ່ໄດ້ເກີດເຫດການລໍ້ຫຼຸດອອກຂະນະລົງຈອດທີ່ສະໜາມບິນວັດໄຕ ໃນວັນທີ 10 ມິຖຸນາທີ່ຜ່ານມາ ເຮັດໃຫ້ຫຼາຍຄົນເກີດການຕັ້ງຄຳຖາມເຖິງສະພາບເຕັກນິກຂອງເຮືອບິນລຳດັ່ງກ່າວ ຕໍ່ເຫດການຕັ້ງນີ້ທາງລັດວິສາຫະກິດການບິນລາວ​ ກໍໄດ້ຊີ້ແຈງຕາມນີ້ີ້:

ກ່ຽວກັບເຫດການຖ້ຽວບິນ QV102 ວັນທີ 10 ມິຖຸນາ 2023 ທີ່ເດີນທາງຈາກ​ ຫຼວງພະບາງເຖິງນະຄອນຫຼວງວຽງຈັນ. ກ່ອນຖ້ຽວບິນດັ່ງກ່າວຈະອອກເດີນທາງ, ນາຍຊ່າງ ແລະ ຈຸບິນ ໄດ້ກວດສອບຄວາມພ້ອມທາງດ້ານເຕັກນິກຂອງເຮືອບິນຕາມຂັ້ນຕອນ, ລະບຽບການ ແລະ ມາດຕະຖານທີ່ໄດ້ລະບຸໄວ້ໃນຄູ່ມື, ຫຼັງຈາກທີ່ສຳເລັດການກວດຄວາມພ້ອມ, ເຮືອບິນກໍ່ໄດ້ອອກເດີນທາງຕາມແຜນ ໃນເວລາ 12:45 ຕາມເວລາທ້ອງຖິ່ນ ພ້ອມຜູ້ໂດຍສານ 41 ທ່ານ ແລະ ຈຸບິນ 06 ທ່ານ. ເມື່ອເດີນທາງມາຮອດສະໜາມບິນສາກົນວັດໄຕ.

อาจเป็นรูปภาพของ 1 คน, อากาศยาน และ ข้อความ

ສະພາບອາກາດກໍ່ມີຝົນຟ້າຄະນອງ, ດັ່ງນັ້ນນັກບິນຈຶ່ງໄດ້ບິນວົນເພື່ອລໍຖ້າໃຫ້ສະພາບອາກາດດີຂຶ້ນ. ເມື່ອສະພາບອາກາດຢູ່ໃນເງື່ອນໄຂຄວາມປອດໄພທີ່ກໍານົດໄວ້ ແລະ ຫຼັງຈາກໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ບັນຊາການບິນ ນັກບິນຈຶ່ງໄດ້ເລີ່ມຂັ້ນຕອນ ນໍາເຮືອບິນລົງສູ່ສະໜາມບິນ. ແຕ່ໃນລະຫວ່າງທີ່ຫຼຸດລະດັບລົງໃກ້ຈະຮອດເດີ່ນບິນ ກໍ່ເກີດມີສະພາບຝົນ ແລະ ລົມກະໂຊກແຮງ​ (Windshear) ທາງດ້ານຂ້າງຢ່າງກະທັນຫັນ ເຮັດໃຫ້ເຮືອບິນເສຍຄວາມຊົງໂຕເລັກນ້ອຍໃນຂະນະທີ່ລົງຈອດສົ່ງຜົນໃຫ້ກົງລໍ້ໜ້າທາງດ້ານຂວາ ຂອງເຮືອບິນໄດ້ຮັບແຮງກະທົບສູງ ແຕ່ການລົງຈອດແມ່ນປອດໄພດີ ບໍ່ໄດ້ມີໂດຍສານ ຫຼື ຈຸບິນ ໄດ້ຮັບການບາດເຈັບໃດໆ.

เปิดรูปภาพ

(ເປັນພຽງຮູບພາບປະກອບ)

ຫຼັງຈາກເຮືອບິນລົງສູ່ສະໜາມບິນ ແລະ ເຄື່ອນເຂົ້າລານຈອດ ທາງທີມງານນາຍຊ່າງພາກພື້ນດິນ ໄດ້ກວດພົບວ່າລໍ້ໜ້າເບື້ອງໜຶ່ງບໍ່ເຫັນ ເຊິ່ງສັນນິຖານວ່າເກີດຈາກແຮງກະທົບ ຈາກການລົງຈອດທີ່ເກີດຈາກແຮງລົມກະໂຊກ (Windshear) ທາງດ້ານຂ້າງຢ່າງກະທັນຫັນ ຕາມທີ່ໄດ້ກ່າວຢູ່ຂ້າງເທິງນັ້ນ. ເຫດການໃນຄັ້ງນີ້ ຖືວ່າເປັນເຫດສຸດວິໄສທີ່ບໍ່ສາມາດຫຼີກລ່ຽງໄດ້ ເນື່ອງຈາກສະພາບອາກາດທີ່ປ່ຽນແປງຢ່າງກະທັນຫັນ ລາຍລະອຽດຂອງເຫດການແມ່ນຈະມີການສືບສວນສອບສວນຢ່າງລະອຽດ, ຕາມຂັ້ນຕອນທີ່ໄດ້ລະບຸໄວ້ໃນຄູ່ມື.

ຕໍ່ກັບເຫດການໃນຄັ້ງນີ້ ລັດວິສາຫະກິດການບິນລາວ ຂໍແຈ້ງໃຫ້ ທ່ານຊາບວ່າ ສະພາບເຕັກນິກເຮືອບິນຂອງພວກເຮົາແມ່ນມີຄວາມສົມບູນແບບທີ່ສຸດ, ການຕັດສິນໃຈຂອງນັກບິນກໍ່ຖືວ່າມີຄວາມຮັບຜິດຊອບຕໍ່ຄວາມປອດໄພສູງ, ນອກນີ້ ກໍ່ຂໍແຈ້ງໃຫ້ຊາບຕື່ມອີກວ່າພວກເຮົາໄດ້ຜ່ານການກວດສອບມາດຖານຄວາມປອດໄພຂອງ IOSA ນັບຕັ້ງແຕ່ປີ 2016 ຈົນມາຮອດປະຈຸບັນ ແລະ ຈະຖືເອົາຄວາມປອດໄພຂອງຜູ້ໂດຍສານເປັນບູລິມະສິດອັນດັບໜຶ່ງໃນທຸກໆຖ້ຽວບິນ.