ລົດພ່ວງເສຍຫຼັກເຈີດໃສ່ເຮືອນປະຊາຊົນ 3 ຫຼັງມຸ່ນໝົດ

174

ອຸບັດຕິເຫດເປັຍສິ່ງທີ່ບໍ່ຢາກໃຫ້ເກີດຂຶ້ນ ແຕ່ກໍ່ຫຼີກບໍໄດ້ເຊັ່ນກັນຫາກມັນຈະເກີດ ເຈົ້າໜ້າທີ່ຈຶ່ງເຕືອນກັນຕະຫຼອດວ່າ ການຂັບຂີ່ລົດຕາມທ້ອງຖະໜົນຕ້ອງຮັບປະກອນເຕັກນິກລົດ ແລະຄົນຂັບເອງກໍ່ຕ້ອງມີຄວາມພ້ອມດ້ານຮ່າງກາຍ ແລະຈິດໃຈ.

May be an image of 1 person and outdoors
ອີງຕາມການລາຍງານຂອງເຈົ້າໜ້າທີ່ ປກສ ເມືອງທ່າປາງທອງ ໃຫ້ຮູ້ວ່າໃນວັນທີ 22 ພະຈິກ 2022 ເວລາ 16 ໂມງ 30 ນາທີ ໄດ້ມີອຸປະຕິເຫດ ລົດບັນທຸກພວງ ສີຟ້າຂາວ ໝາຍເລກທະບຽນ ສະຫວັນນະເຂດ ບກ 2118 ຂັບຂີ່ໂດຍ ທ້າວ ຈອນ ອາຍຸ 26 ປີ ສັນຊາດ ລາວ ອາຊີບຂັບລົດ ປະຈຸບັນບ້ານນາເຊັງ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເສຍຫຼັກ ປີ້ນທັບເຮືອປະຊາຊົນ ຢູ່ຖະໝົນເລກທີ 2.6313 ຂອບເຂດ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ ) ເມືອງທ່າປາງທອງ ຈຸດເກີດເຫດ ເປັນເສັ້ນທາງລົງພູ ຄົດລ້ຽວ ແລະ ມີຝົນຕົກໜັກເຮັດໃຫ້ທາງໝື່ນ.

May be an image of 2 people and outdoors

ຜົນເສຍຫາຍໃນຄັ້ງນີ້ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນເສຍຫາຍ 5 ຫຼັງ ໃນນັ້ນເສຍຫາຍໜັກທັງຫຼັງ ຈຳນວນ 3 ຫຼັງ ແລະ ເລັກໜ້ອຍ 2 ຫຼັງ ແລະ ມີຜູ້ເສຍຊິວິດ ຈຳນວນ 4 ຄົນ, ຍິງ1ຄົນ, ບາດເຈັບສາຫັດ 3 ຄົນ, ຍິງ 1 ຄົນ, ບາດເຈັບສົມຄວນ 2 ຄົນ, ບາດເຈັບເລັກໜ້ອຍ 2 ຄົງ, ລວມທັງໝົດ ບາດເຈັບ ແລະ ເສຍຊີວິດ ຈຳນວນ 11 ຄົນ, ຍິງ 4 ຄົນ.

May be an image of 6 people, people standing, tree and outdoors

ປັດຈຸບັນລົດຄັນດັ່ງກ່າວ ແລະ ວັດຖຸທີ່ຖຶກເສຍຫາຍ ແມ່ນທາງເຈົ້າໜ້າ ໄດ້ຮັກສາໄວ້ຢູ່ບ່ອນເກີດເຫດ ສ່ວນມູນຄ່າການເສຍຫາຍ ຍັງບໍ່ທັນສາມາດສະຫຼູບໄດ້ ສ່ວນຜູ້ຂັບຂີ່ ແມ່ນທາງເຈົ້າໜ້າທີ່ ໄດ້ກັກຕົວ ຢູ່ ປກສ ເມືອງທ່າປາງທອງ ເພື່ອດໍາເນີນການສືບສວນ-ສອບສວນ ຕໍ່ໄປ.

May be an image of 4 people, outdoors and text that says 'IIB POLICE POLICE'
ເພື່ອເປັນຂວັນກຳລັງໃຈແກ່ຄອບຄົວຜູ້ເສຍຫາຍ ໃນວັນທີ 23 ພະຈິກ 2022 ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມດ້ວຍການນຳຂອງເມືອງ ແລະ ພາກສ່ວນທີ່ກຽວຂ້ອງໄດ້ລົງໃຫ້ກຳລັງໃຈ ພ້ອມມອບເຄື່ອງອຸປະໂພກບໍລິໂພກຈຳນວນໜຶ່ງ ແລະ ເງິນເສົດ ຈຳນວນ 3.000.000 ກີບ ໃຫ້ກັບຄອບຄົວຜູ້ປະສົບເຫດ ບ້ານ ພູຜານາງ ( ຄຸ້ມຂາມເປ້ຍ) ເມືອງທ່າປາງທອງ ແຂວງສະຫວັນນະເຂດ ເພື່ອແບ່ງເບົາຄວາມທຸກໂສກ ໃນເຫດການຄັ້ງນີ້.

May be an image of 10 people, people standing and outdoors