ກອງປະຊຸມສຸດຍອດ ອີຢູ ປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງ

28

ຕາມຂ່າວຕ່າງປະເທດລາຍງານວ່າ: ວັນທີ 29 ມິຖຸນາ ບັນດາປະມຸກລັດ ແລະ ຜູ້ນຳໜ້າລັດຖະບານບັນດາປະເທດສະຫະພາບ ເອີຣົບ ( ອີຢູ ) ໄດ້ເຂົ້າຮ່ວມກອງສຸດຍອດຈັດຂຶ້ນເປັນປະຈຳປີຢູ່ນະຄອນຫຼວງບຣຸກແຊນ ປະເທດ ແບນຊິກ.

ໃນກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນ, ບັນດາການນຳ ອີຢູ ໄດ້ປຶກສາຫາລືກ່ຽວກັບບັນຫາຮ້ອນເຮັ່ງຕ່າງໆຂອງກຸ່ມ ຄື: ບັນດາການຜັນແປເມື່ອມໍ່ໆມານີ້ໃນການປະທະກັນລະຫວ່າງ ຣັດເຊຍ – ອູແກຣນ ແລະ ການໜູນຊ່ວຍຢ່າງຕໍ່ເນື່ອງຂອງ ອີຢູ ສຳລັບ ອູແກຣນ ລວມທັງການໜູນຊ່ວຍດ້ານການເງິນ ແລະ ການທະຫານ ກໍຄືບັນດາບັນຫາເສດຖະກິດ, ຄວາມໝັ້ນຄົງ ແລະ ການປ້ອງກັນຊາດ, ບັນຫາອົບພະຍົບ ແລະ ການພົວພັນຕ່າງປະເທດ.

ກ່ຽວກັບບັນຫາເສດຖະກິດ, ບັນດາການນຳ ອີຢູ ໄດ້ພິຈາລະນາການປະຕິບັດບັນດາຂໍ້ສະຫຼຸບກ່ອນໜ້ານັ້ນ ກ່ຽວກັບນະໂຍບາຍອຸດສາຫະກຳຂອງ ອີຢູ, ຕະຫຼາດລວມ ແລະ ຄວາມສາມາດແກ່ງແຍ້ງ ແລະ ການຜະລິດໃນໄລຍະຍາວຂອງ ອີຢູ. ບັນດາການນຳກໍຈະປຶກສາຫາລືກ່ຽວກັບສະພາບການເສດຖະກິດຢູ່ ອີຢູ, ພິເສດແມ່ນກ່ຽວຂ້ອງເຖິງການເພີ່ມທະວີຄວາມໝັ້ນຄົງດ້ານເສດຖະກິດ ແລະ ຄວາມສາມາດຟື້ນຟູ.