ໃນ 6 ເດືອນຕົ້ນປີ ຫວຽດນາມ ດຶງດູດການທຶນໄດ້ຫຼາຍກວ່າ 13,4 ຕື້ໂດລາ

43

6 ເດືອນຕົ້ນປີ 2023 ທຶນຈົດທະບຽນໃໝ່ຈາກຕ່າງປະເທດເຂົ້າລົງທຶນໃນ ຫວຽດນາມ ມີເກືອບ 1.300 ໂຄງການ ດ້ວຍທຶນ 6,5 ຕື້ໂດລາ ເພີ່ມຂຶ້ນກວ່າ 31% ທຽບໃສ່ກັບໄລຍະດຽວກັນຂອງປີກາຍ.

ຕາມຂ່າວຈາກ vov5 ຂອງຫວຽດນາມ ໃຫ້ຮູ້ວ່າ: ກົມໃຫຍ່ສະຖິຕິຫວຽດນາມ ໃຫ້ຮູ້ວ່າໄລ່ຮອດວັນທີ 20 ມິຖຸນາ ຍອດເງິນລົງທຶນຈາກຕ່າງປະເທດ ( FDI ) ຈົດທະບຽນເຂົ້າມາລົງທຶນຢູ່ ຫວຽດນາມ ລວມມີທຶນຈົດທະບຽນໃໝ່, ທຶນຈົດທະບຽນດັດປັບ ແລະ ມູນຄ່າປະກອບທຶນ, ຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດບັນລຸກວ່າ 13,4 ຕື້ໂດລາສະຫະລັດ ຫຼຸດລົງ 4,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ໄລ່ສະເພາະທຶນຈົດທະບຽນໃໝ່ມີທັງໝົດເກືອບ 1.300 ໂຄງການ ທີ່ໄດ້ຮັບການອະນຸຍາດ ດ້ວຍທຶນຈົດທະບຽນບັນລຸເກືອບ 6,5 ຕື້ໂດລາ ເພີ່ມຂຶ້ນກວ່າ 31% ກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງກວມເອົາອັດຕາໃຫຍ່ທີ່ສຸດດ້ວຍຍອດທຶນຈົດທະບຽນບັນລຸເກືອບ 5,5 ຕື້ໂດລາ.

ໃນຈຳນວນ 57 ປະເທດ ແລະ ເຂດແຄວ້ນມີໂຄງການລົງທຶນທີ່ໄດ້ຮັບການອະນຸຍາດໃໝ່ຢູ່ ຫວຽດນາມ ໃນ 6 ເດືອນຕົ້ນປີນີ້, ສິງກະໂປ ແມ່ນນັກລົງທຶນໃຫຍ່ທີ່ສຸດດ້ວຍມູນຄ່າ 1,79 ຕື້ໂດລາ, ຖັດຈາກນັ້ນແມ່ນຈີນ 1,29 ຕື້ໂດລາ ແລະ ຍີ່ປຸ່ນ 386 ລ້ານໂດລາ.