ຫຼວງພະບາງ-ສິບສອງພັນນາ ຟື້ນຟູຄືນເສັ້ນບິນຕົງລະຫວ່າງກັນ

80

ພາຍຫຼັງໄດ້ເກີດມີການລະບາດຂອງໂຄວິດ-19 ການຂົນສົ່ງລະຫວ່າງປະເທດ ໂດຍສະເພາະແມ່ນ ສາຍການບິນຕົງ ສິບສອງພັນນາ-ຫຼວງພະບາງ ແລະ ການຂົນສົ່ງທາງບົກ ລະຫວ່າງ ນະຄອນຊຽງຮຸ່ງ ແລະ ນະຄອນຫຼວງພະບາງ ກໍໄດ້ປິດຕົວລົງ.

อาจเป็นรูปภาพของ 14 คน, แท่นบรรยาย และ ข้อความ

ມາໃນວັນທີ 27 ມິຖຸນາ 2023 ອົງການປົກຄອງແຂວງຫຼວງພະບາງ ກໍໄດ້ມີພິທີພົບປະຫາລືກັນ ພ້ອມທັງເຊັນບົດບັນທຶກ ເພື່ອສົ່ງເສີມການຈັດຕັ້ງປະຕິບັດການຟື້ນຟູ ສາຍການບິນ ແລະ ການຂົນສົ່ງດັ່ງກ່າວຂຶ້ນ. ເຊິ່ງເຂົ້າຮ່ວມການພົບປະຄັ້ງນີ້ມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ພະແນກການກ່ຽວຂ້ອງຂອງແຂວງ, ທ່ານ ຕາວເວິນ ເຈົ້າກິ່ງແຂວງ ສິບສອງພັນນາ ສປ ຈີນ ພ້ອມດ້ວຍຄະນະ ແລະ ພະແນກການກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 13 คน และ ข้อความ

ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໄດ້ກ່າວວ່າ: ໃນໄລຍະການລະບາດຂອງພະຍາດໂຄວິດ-19 ກິ່ງແຂວງສິບສອງພັນນາ ກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານວັດຖຸຈໍານວນໜຶ່ງແກ່ແຂວງຫລວງພະບາງ ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນການລະບາດຂອງພະຍາດໂຄວິດ-19, ງານບຸນປະເພນີຕ່າງໆ ແຂວງຫລວງພະບາງ ແລະ ກິ່ງແຂວງສິບສອງພັນນາ ກໍໄດ້ເຊີນການນໍາ 2 ຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 11 คน, แท่นบรรยาย และ ข้อความ

ເພື່ອສືບຕໍ່ເສີມສ້າງສາຍພົວພັນ, ຮ່ວມມື 2 ຝ່າຍ ເຂົ້າສູ່ລວງເລິກ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງນັ້ນ ທ່ານເຈົ້າແຂວງຫຼວງພະບາງ ກ່າວວ່າ: ຕ້ອງສືບຕໍ່ພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນຂອງການນໍາ 2 ຝ່າຍໃນແຕ່ລະປີ. ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ຂະແໜງການກ່ຽວຂ້ອງຂອງ 2 ຝ່າຍຮ່ວມມືດ້ານການທ່ອງທ່ຽວ, ການລົງທຶນ, ການຄ້າໃຫ້ແຂງແຮງ, ມີປະສິດທິຜົນ.

ສະເໜີກິ່ງແຂວງ ສິບສອງພັນນາ ຂົນຂວາຍ, ປຸກລະດົມນັກລົງທຶນ, ສຳຫລວດ, ສຶກສາການລົງທຶນຜະລິດສິນຄ້າກະສິກຳ ເພື່ອປຸງແຕ່ງສົ່ງອອກໄປ ສປ ຈີນ, ຊຸກຍູ້, ສົ່ງເສີມ ແລະ ຟື້ນຟູເປີດສາຍການບິນຫຼວງພະບາງ-ຊຽງຮຸ່ງ ຄືນໃໝ່.

อาจเป็นรูปภาพของ 4 คน และ ข้อความ

ຈາກນັ້ນ ທ່ານ ຕາວເວິນ ເຈົ້າກິ່ງແຂວງສິບສອງພັນນາ ສປ ຈີນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງການນໍາແຂວງຫຼວງພະບາງ ພ້ອມທັງໄດ້ສະແດງຄວາມເຫັນດີ ໃນການພົວພັນຮ່ວມມື ສົ່ງເສີມການຟື້ນຟູ ສາຍການບິນຕົງ ຊຽງຮຸ່ງ-ຫຼວງພະບາງ ແລະ ການຂົນສົ່ງທາງບົກລະຫວ່າງກັນ ເພື່ອໃຫ້ເກີດຜົນປະໂຫຍດຮ່ວມກັນຍິ່ງໆຂຶ້ນ.

อาจเป็นรูปภาพของ 5 คน และ ข้อความ

ພ້ອມດຽວກັນນີ້ ກໍໄດ້ມີ ພິທີລົງນາມເຊັນບົດບັນທຶກ ຮ່ວມກັນລະຫວ່າງ ທ່ານ ລີ່ ຈົງຮົ້ວ ຫົວໜ້າຫ້ອງການ ຄົມມາຄົມ ກິ່ງແຂວງສິບສອງພັນນາ ສປ ຈີນ ແລະ ທ່ານ ບຼົ່ງວ່າງ ຫວ່າງເຈ່ຍຊ່າ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.