UBS ກຽມປົດພະນັກງານກວ່າ 35 ພັນຄົນ ຫຼັງເຂົ້າຄວບຄຸມເຄຣດິດສະວິດ

168

ສຳນັກຂ່າວບລູມເບີກ ລາຍງານວ່າ: ທະນາຄານ UBS ເຊິ່ງເປັນທະນາຄານຂະໜາດໃຫຍ່ ທີ່ສຸດຂອງສະວິດເຊີແລນ ກຽມປົດພະນັກງານຂອງທະນາຄານເຄຣດິດສະວິດ ຫຼາຍກວ່າເຄິ່ງໜຶ່ງ ຫຼັງຈາກທີ່ UBS ເຂົ້າຄວບຄຸມກິດຈະການ ຫຼື ຊື້ກິດຈະການຂອງເຄຣດິດສະວິດ ( Credit Suisse ) ທີ່ປະສົບບັນຫາດ້ານການເງິນ.

ລາຍງານລະບຸວ່າ: ຄາດວ່າເຈົ້າໜ້າທີ່ທະນາຄານ, ນັກລົງທຶນ, ພະນັກງານສະໜັບສະໜູນຂອງທະນາຄານເຄຣດິດສະວິດ ທີ່ເຮັດວຽກຢູ່ນະຄອນຫຼວງລອນດອນ, ນິວຢອກ ແລະ ບາງສ່ວນໃນອາຊີ ຈະໄດ້ຮັບຜົນກະທົບຈາກແຜນປັບໂຄງສ້າງຂອງທະນາຄານ ເຊິ່ງກິດຈະກຳເກືອບທັງໝົດຍັງຢູ່ໃນ ຄວາມສ່ຽງ ໂດຍ UBS ຕັ້ງໃຈຈະຫຼຸດພະນັກງານລົງປະມານ 30% ຂອງພະນັກງານລວມກັນທັງ 2 ທະນາຄານ ເຊິ່ງຂະນະນີ້ມີປະມານ 120.000 ຄົນ ເຊິ່ງຈະມີພະນັກງານປະມານ 35.000 ຄົນ ຖືກປົດອອກຈາກຕຳແໜ່ງ, ປັດຈຸບັນພະນັກງານຂອງທະນາຄານເຄຣດິດສະວິດ ມີປະມານ 45.000 ຄົນ ໂດຍຈະມີແຜນເລີກຈ້າງເຖິງ 10.000 ຕຳແໜ່ງ.