ປະກາດແຕ່ງຕັ້ງທ່ານ ປະສາດໄຊ ພິລາພັນເດຊ ເປັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຄົນໃໝ່

102

ຢ່າງເປັນທາງການ ທ່ານ ປະສາດໄຊ ພິລາພັນເດຊ ຜູ້ອຳນວຍການບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ຂຶ້ນເປັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ພ້ອມປັບປຸງຄະນະບໍລິຫານງານເພີ່ມຕື່ມຈຳນວນໜຶ່ງ. ຂະນະທີ່ຫຼາຍພາກສ່ວນ ໃຫ້ການສະໜັບສະໜູນທັບນັກກິລາເທຄວັນໂດທີມຊາດລາວ ທີ່ສ້າງຜົນງານຄວ້າ 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນງານກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ເມື່ອບໍ່ດົນມານີ້ 60 ລ້ານກວ່າກີບ.

ພິທີປະກາດແຕ່ງຕັ້ງຄະນະບໍລິຫານງານສະຫະພັນເທຄວັນໂດແຫ່ງຊາດລາວ ຊຸດໃໝ່ ໄດ້ຈັດຂຶ້ນ ເມື່ອວັນທີ 28 ມິຖຸນາ ຜ່ານມາ ທີ່ໂຮງແຮມ ເມືອງແທັງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ປອ. ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ຜູ້ເກົ່າ ແລະ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສາທາລະນະລັດ ເກົາຫຼີ ຜູ້ມີອຳນາດເຕັມປະຈຳ ສປປ ລາວ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າກົມ ຕະຫຼອດຮອດຄະນະບລິຫານງານກິລາດັ່ງກ່າວ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ ຈັນທະວົງ ປັນຍາສີລິ ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ທັງເປັນຮອງຫົວໜ້າກົມກິລາລະດັບສູງ ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານການເຄື່ອນໄຫວຂອງສະຫະພັນໃນໄລຍະ 3 ປີ ລະຫວ່າງ 2020-2023 ແລະ ວາງທິດທາງແຜນການ 2023-2025 ໃຫ້ຮູ້ວ່າ: ສະຫະພັນເທຄວັນໂດແຫ່ງຊາດລາວ ໄດ້ສ້າງຕັ້ງຂຶ້ນມາແຕ່ປີ 1994 ແລະ ໃນປີ 1995 ໄດ້ເຂົ້າເປັນສະມາຊິກສະຫະພັນເທຄວັນໂດອາຊຽນ ແລະ ປີ 1996 ເຂົ້າເປັນສະມາຊິກສະຫະພັນເທຄວັນໂດສາກົນ ຈາກປີ 1994-2021 ມີຄະນະບໍລິຫານງານທັງໝົດ 7 ຊຸດມີ ສະຫະພັນເທຄວັນໂດ 9 ແຂວງ ມີສະໂມສອນເທຄວັນໂດ 27 ພາກສ່ວນ ແລະ ມີນັກກິລາ 1.041 ຄົນ ເປັນຍິງ 481 ຊຶ່ງກຳນົດກິດຈະກຳພາຍໃນມີ 3-4 ຄັ້ງຕໍ່ປີ ແລະ ກິດຈະກຳອອກແຂ່ງຂັນຕ່າງປະເທດ 3-4 ຄັ້ງຕໍ່ປີ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາພາກສ່ວນຕ່າງໆ ໂດຍສະເພາະຈາກລັດຖະບານ ສປປ ລາວ ແລະ ລັດຖະບານ ສ ເກົາຫຼີ ໂດຍມີວິໄສທັດ ສ້າງຄວາມນິຍົມ ສົ່ງເສີມຄວາມເປັນເລີດ ກໍ່ເກີດການພັດທະນາ ນຳພາທັບນັກກິລາເທຄວັນໂດລາວສູ່ສາກົນ ໃນປີ 2023-2025 ຈະສືບຕໍ່ເປົ້າໝາຍພັດທະນາກິລາເທຄວັນໂດຫຼາຍດ້ານ ເປັນຕົ້ນແມ່ນວຽກງານບໍລິຫານ, ການພົວພັນ ແລະ ການພັດທະນາບຸກຄະລາກອນ ໂດຍສະເພາະຄູຝຶກ ແລະ ນັກກິລາເພື່ອຕອບສະໜອງແຜນການຕ່າງໆໃຫ້ປະກົດຜົນເປັນຈິງ.

ຂະນະດຽວກັນ ທ່ານ ອຸ່ນຄຳ ອວນສະຫວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ສສກ ວ່າດ້ວຍການຮັບຮອງເອົາການປັບປຸງການຈັດຕັ້ງຄະນະບໍລິຫານງານສະຫະພັນເທຄວັນໂດແຫ່ງຊາດລາວ ສົກປີ 2023-2026 ໂດຍທ່ານ ປອ. ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ເປັນປະທານກິດຕິມາສັກ, ທ່ານ ສີວັນນະກອນ ມະນີວັນ ແລະ ທ່ານ ແສງສັກ ໄຊຍະລາດ ເປັນຄະນະທີ່ປຶກສາ ສ່ວນທ່ານ ປະສາດໄຊ ພິລາພັນເດຊ ຜູ້ອຳນວຍການບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ຂຶ້ນເປັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ, ທ່ານ ອຸໄດ ສຸວັນນາລີ ເປັນຮອງປະທານສະຫະພັນ, ທ່ານ ທະນຸວັກ ພົມມະຈັກ ເປັນຮອງປະທານ ແລະ ນາຍຄັງ, ທ່ານ ທ່ານ ທິນນະກອນ ທອງຄຳ ແລະ ສາຍມະໂນລິນ ສິນບັນດິດ ເປັນຮອງປະທານ ຂະນະທີ່ ທ່ານ ຈັນທະວົງ ປັນຍາສີລິ ເປັນເລຂາທິການ ນອກນັ້ນ ກໍຍັງມີການປັບປຸງແຕ່ງຕັ້ງ ຄະນະກຳມະການ 9 ທ່ານອີກດ້ວຍ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ສສກ ກໍຍັງໄດ້ເນັ້ນໜັກຄະນະບໍລິຫານງານສະຫະພັນຊຸດໃໝ່ໃຫ້ພ້ອມກັນສືບຕໍ່ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ນໍ້າໃຈຮັກຊາດ, ມີນໍ້ານັກກິລາ, ມີຈັນຍາບັນການກິລາ ໃຫ້ບັນດາຄະນະສະຫະພັນ, ຫົວໜ້າສະໂມສອນ ຄູຝຶກ ແລະ ນັກກິລາ; ເອົາໃຈໃສ່ສົ່ງເສີມ ສະໂມສອນເທຄວັນໂດ ຂອດເຂດທົ່ວປະເທດ, ເອົາໃຈໃສການແບ່ງວຽກງານ, ຕຳແຫນ່ງງານໃນສະຫະພັນເທຄວັນໂດ, ສ້າງກອງທຶນຂອງສະຫະພັນ ຂອງສະຫະພັນ ແລະ ສ້າງລະບົບພັດທະນາ ນັກກິລາຈາກພື້ນຖານສູ່ຄວາມເປັນເລີດ ໃຫ້ສາມາດຍາດໄດ້ຫຼຽນຄຳໃນຊີເກມຄັ້ງ

ຫຼັງຈາກນັ້ນ, ໃນພິທີກໍຍັງມີການຍ້ອງຍໍຜົນງານດີເດັ່ນໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາ ທີ່ສ້າງຜົນງານຄວ້າ 1 ຫຼຽນເງິນ ແລະ 2 ຫຼຽນທອງ ພ້ອມທັງມອບເງິນນະໂຍບາຍ ຈຳນວນ 60 ລ້ານກວ່າກີບ ຈາກຄະນະສະຫະພັນດັ່ງກ່າວ ແລະ ໃນໂອກາດດຽວກັນ ທາງສະຖານທູດ ສ ເກົາຫຼີ ປະຈຳສປປ ລາວ ກໍຍັງມອບອຸປະກອນກິລາເທຄວັນໂດໃຫ້ສະຫະພັນຕື່ມອີກ.