ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2023 ທີ່ຜ່ານມານີ້ ຢູ່ທີ່ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ຈັດພິທີທໍາລາຍເຄື່ອງອຸປະກອນລ່າສັດນໍ້າ-ສັດປ່າ ແລະ ວັດຖຸທີ່ບໍ່ຖືກຕ້ອງ ຕາມກົດໝາຍ ຢູ່ເມືອງວຽງຄໍາ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວຽງຄໍາ ປະທານປ້ອງກັນຊາດປ້ອງກັນຄວາມສະຫງົບເມືອງວຽງຄໍາ, ມີທ່ານ ພັທ ຄໍາໝັ້ນ ແສນບຸດດີ ຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ພັທ ນວນດໍາ ໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາໄດ້ກ່າວວ່າ: ການທ້ອນໂຮມ ແລະ ເກັບກູ້ອາວຸດລ່າເນື້ອ, ໝໍ້ຊ໋ອດປາ ແລະ ເຄື່ອງປະກອບຊະນິດອື່ນໆ ເກັບກໍາຂຶ້ນບັນຊີເປົ້າໝາຍໄດ້ທັງໝົດ 168 ຄົນ, ຍິງ 0 ຄົນ.
ໃນນັ້ນມີເປົ້າໝາຍປືນລ່າເນື້ອ 127 ເປົ້າໝາຍ, ໝໍ້ຊ໋ອດ 4 ເປົ້າໝາຍ, ປະຈຸບັນເກັບກູ້ໄດ້ປືນລ່າເນື້ອ ປະເພດປືນແກັບ ຈໍານວນ 38 ກະບອກ ແລະ ເກັບກູ້ເຄື່ອງຫາປາ ບໍ່ຖືກຕ້ອງ (ໝໍ້ຊ໋ອດ)ໄດ້ຈໍານວນ 12 ເຄື່ອງ ແລະ ລົດຈັກດັດແປງສະພາບເຕັກນິກ ທໍ່ດັງຈໍານວນ 8 ທໍ່ ,ຢາງນ້ອຍ 4 ເສັ້ນ ພ້ອມທັງໄດ້ສຶກສາອົບຮົມຜູ້ກະທໍາຜິດ ແລະ ໃຫ້ຂຽນໃບຮັບສາລະພາບຕົນເອງໄວ້ເພື່ອເປັນການຕິດຕາມໃນຕໍ່ໜ້າ.
ໃນຕອນທ້າຍກອງປະຊຸມ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງວຽງຄໍາ ໃຫ້ກຽດຂຶ້ນມີຄໍາເຫັນໂອ້ລົມ ຍ້ອງຍໍຊົມເຊີຍຕໍ່ຜົນງານ ການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານ ການຈັດຕັ້ງມອບໝາຍໃຫ້ ພ້ອມທັງຊີ້ທິດເຍືອງທາງເຖິງພະນັກງານ ອົງການຈັດຕັ້ງ ທີ່ກ່ຽວຂ້ອງຈົ່ງພ້ອມກັນເອົາໃຈໃສ່ ຕ້ານ ແລະ ສະກັດກັ້ນ ທຸກຮູບແບບບໍ່ໃຫ້ມີຊ່ອງວ່າງ ທໍາການຜະລິດອາວຸດລ່າເນື້ອສັດນໍ້າ-ສັດປ່າ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຢ່າງເຄັ່ງຄັດ ແລະ ນໍາເອົາຜູ້ກະທໍາຜິດ ມາສຶກສາອົບຮົມຕາມລະບຽບກົດໝາຍ. ຫຼັງຈາກນັ້ນກໍໄດ້ມີພິທີນໍາເອົາອາວຸດດັ່ງກ່າວໄປທໍາລາຍຢ່າງເປັນທາງການ.
ໂດຍ: ເມືອງວຽງຄໍາ