ຫວຽດນາມ ປັບຫຼຸດອາກອນມູນຄ່າເພີ່ມ ເຫຼືອ 8%

106

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຫວຽດນາມໄດ້ປັບຫຼຸດອາກອນມູນຄ່າເພີ່ມ ( VAT ) ຈາກ 10% ລົງມາເຫຼືອ 8% ເພື່ອສົ່ງເສີມການບໍລິໂພກ ແລະ ກິດຈະກຳທາງເສດຖະກິດ ເຊິ່ງເປັນໜຶ່ງໃນມາດຕະການກະຕຸ້ນເສດຖະກິດ.

ລາຍງານລະບຸວ່າ: ສະພາຫວຽດນາມ ໄດ້ຮັບຮອງເອົານິຕິກຳ ວ່າດ້ວຍການປັບຫຼຸດອາກອນມູນຄ່າເພີ່ມ ໂດຍນັບແຕ່ວັນທີ 1 ກໍລະກົດ ຫາ 31 ທັນວາ 2023, ແຕ່ຜະລິດຕະພັນ ແລະ ບໍລິການບາງລາຍການບໍ່ລວມຢູ່ໃນການຫຼຸດອາກອນຄັ້ງນີ້ ເຊັ່ນ: ຂະແໜງໂທລະຄົມມະນາຄົມ, ເຕັກໂນໂລຊີ, ປະກັນໄພ, ຜະລິດຕະພັນໂລຫະ ແລະ ປີໂຕຣລຽມກັ່ນ.

ກະຊວງການເງິນຫວຽດນາມ ລະບຸວ່າ: ມາດຕະການຫຼຸດອາກອນມູນຄ່າເພີ່ມ ຈະເຮັດໃຫ້ລາຍ ຮັບດ້ານພາສີອາກອນຂອງຫວຽດນາມຫຼຸດລົງ 24 ພັນຕື້ດົງ ໃນປີ 2023 ເຊິ່ງລັດຖະບານ ມີຄວາມຈຳເປັນຕ້ອງກະຕຸ້ນເສດຖະກິດດ້ວຍການປັບຫຼຸດ VAT ລົງ ເພື່ອເຮັດໃຫ້ການໃຊ້ຈ່າຍຂອງຜູ້ບໍລິໂພກເພີ່ມຂຶ້ນ.

ທັງນີ້, ຫວຽດນາມ ໄດ້ເຄີຍປັບຫຼຸດອາກອນມູນຄ່າເພີ່ມມາແລ້ວເມື່ອປີຜ່ານມາ ໂດຍປັບຫຼຸດຈາກ 10% ມາເປັນ 8% ໃນລະຫວ່າງເດືອນກຸມພາ – ເດືອນທັນວາ 2022 ເຊິ່ງນັກເສດຖະສາດລະບຸວ່າ ມາດຕະການດັ່ງກ່າວສາມາດກະຕຸ້ນເສດຖະກິດທີ່ໄດ້ຮັບຜົນກະທົບຈາກໂຄວິດ – 19.