ມຽນມາ ຈູດທຳລາຍຢາເສບຕິດຈຳນວນຫຼວງຫຼາຍ

3

ສຳນັກຂ່າວຂອງ ມຽນມາ ລາຍງານວ່າ: ລັດຖະບານມຽນມາ ໄດ້ຈັດພິທີຈູດທຳລາຍຢາເສບຕິດທີ່ຜິດກົດໝາຍ ເນື່ອງໃນໂອກາດວັນຕໍ່ຕ້ານຢາເສບຕິດສາກົນ ໂດຍຢາເສບຕິດທີ່ນຳມາຈູດທຳລາຍໃນຄັ້ງນີ້ ມີທັງເຮໂຣອິນ, ກັນຊາ, ຢາບ້າ ແລະ ຝິ່ນ ລວມມູນຄ່າ 446 ລ້ານໂດລາສະຫະລັດ.

ພິທີທຳລາຍດັ່ງກ່າວ ມີຂຶ້ນໃນວັນທີ 26 ມິຖຸນາຜ່ານມາ ທີ່ນະຄອນຢາງກຸ້ງ, ນອກຈາກນີ້ ສະຖານີໂທລະພາບທາງການຂອງມຽນມາ ຍັງສະເໜີຂ່າວການຈູດທຳລາຍຢາເສບຕິດໃນແຂວງອື່ນໆຂອງມຽນມາອີກດ້ວຍ.

ທ່ານ ໄຊ ຮຸດ ປະທານຄະນະກຳມະການຄວບຄຸມ ແລະ ປາບປາມການຄ້າຂາຍຢາເສບຕິດຂອງ ມຽນມາ ກ່າວວ່າ: ໃນໄລຍະຜ່ານມາ ເຖິງວ່າລັດຖະບານມຽນມາ ຈະພະຍາຍາມປາບປາມການຜະລິດ ແລະ ຄ້າຂາຍຢາເສບຕິດ ຈົນສາມາດຈັບກຸມຜູ້ຜະລິດ, ຜູ້ຄ້າຂາຍ ແລະ ກຸ່ມແກ້ງຄ້າຂາຍຢາເສບຕິດ ຖືກດຳເນີນຄະດີຕາມກົດໝາຍເປັນຈຳນວນຫຼວງຫຼາຍ ແຕ່ຂະບວນການຜະລິດ, ການຄ້າຂາຍ ຕະຫຼອດຮອດຜູ້ຕິດຢາເສບຕິດບໍ່ໄດ້ຫຼຸດໜ້ອຍຖອຍລົງແຕ່ຢ່າງໃດ.