ເມືອງຈຳພອນຮ່ວມກັນຟື້ນຟູ ການຍ້ອມແພຝ້າຍດ້ວຍສີທຳມະຊາດ

12

อาจเป็นรูปภาพของ 8 คน และ ต้นไม้

ໃນວັນທີ 25 ມີຖຸນາ 2023 ທີ່ຜ່ານມານີ້ ຢູ່ທີ່ວັດບ້ານຕາແຫຼວ ເມືອງຈໍາພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີຝຶກອົບຮົມການຍ້ອມແພຝ້າຍສີທຳມະຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ອາຈານ ປົກກະສິນ ຫົວໜ້າແຜນງານໂຄງການວິໄຈ ເກັບກຳຂໍ້ມູນພາກສະໜາມ ມະຫາວິທະຍາໄລລາດສະພັດສະກົນນະຄອນ (ປະເທດໄທ) ພ້ອມດ້ວຍກຸ່ມຫັດຖະກຳຕ່ຳແຜ່ນແພເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 9 คน

ໃນພິທີ ທ່ານ ອາຈານ ປົກກະສິນ ຫົວໜ້າແຜນງານ ໂຄງການວິໄຈເກັບກໍາຂໍ້ມູນພາກສະໜາມ ມະຫາວິທະຍາໄລ ລາດສະພັດສະກົນນະຄອນ (ປະເທດໄທ) ໄດ້ແນະນຳວິທີຄົ້ນເຄືອຫູກ, ວິທີສືບ, ວິທີຕ່ຳ, ກວັກຝ້າຍ ແລະ ຍ້ອມສີຈາກໃບ ແລະ ໝາກໄມ້ ເຊິ່ງໃນຄັ້ງນີ້ ໄດ້ກໍານົດເອົາສອງສີຄື: ສີຈາກໝາກຄູນ ແລະ ສີຈາກໃບໝາກເຍົາແດງ, ເຊິ່ງທາງໂຄງການໄດ້ມອບເຄືອຫູກໃຫ້ກຸ່ມຫັດຖະກຳຕ່ຳແຜ່ນແພ ບ້ານຕາແຫຼວ 2 ເຄືອ, ບ້ານດອນແດງ 1 ເຄືອ ພ້ອມທົດລອງຍ້ອມຝ້າຍຕ່ຳ.

อาจเป็นรูปภาพของ 7 คน

ຫຼັງຈາກນັ້ນກໍ່ໄດ້ນຳພາຈັດຕັ້ງປະຕິບັດ ນຳເອົາວັດຖຸດິບທີ່ກຽມໄວ້ເປັນຕົ້ນ ໝາກຄູນ ແລະ ໃບໝາກເຍົາແດງ ມາຕົ້ມແລ້ວກັ່ນຕອງເອົາແຕ່ນ້ຳ ແລະ ໃສ່ສ່ວນປະສົມ ຈາກນັ້ນກໍ່ນຳຝ້າຍມາຍ້ອມສີທີ່ກຳນົດໄວ້. ທັງນີ້ກໍ່ເພື່ອເປັນການອະນຸລັກທາງດ້ານສິ່ງແວດລ້ອມ ຈຶ່ງນຳເອົາສິ່ງທີ່ມີໃນທຳມະຊາດມາໝູນໃຊ້ໃຫ້ເປັນປະໂຫຍດ. ການຝຶກອົບຮົມ ໃນຄັ້ງນີ້ພາຍໃຕ້ກອງທຶນ ສະໜັບສະໜູນພິເສດແມ່ນ້ຳຂອງລ້ານຊ້າງ. ມະຫາວິທະຍາໄລລາດສະພັດສະກົນນະຄອນ(ປະເທດໄທ) ຮ່ວມກັບ ມະຫາວິທະຍາໄລສະຫວັນນະເຂດ ແລະ ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ.

อาจเป็นรูปภาพของ 6 คน

ໂດຍ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ