ຍີ່ປຸ່ນ ຈະເປີດໂຕທະນະບັດ 3 ມູນຄ່າ ຫຼັງຈາກຜ່ານມາເປັນໄລຍະ 20 ປີ

40

ເວັບໄຊສຳນັກຂ່າວ BNews.vn ລາຍງານເມື່ອວັນທີ 24 ມິຖຸນາຜ່ານມາວ່າ: ທະນາຄານກາງ ແຫ່ງປະເທດຍີ່ປຸ່ນ ຈະອອກທະນະບັດຮູບແບບໃໝ່ ໃນເດືອນກໍລະກົດ ປີ 2024 ເຊິ່ງຖືວ່າເປັນການຕໍ່ອາຍຸຮູບແບບສະກຸນເງິນຄັ້ງທໍາອິດ ນັບແຕ່ປີ 2004.

ທະນະບັດທີ່ຈະອອກໃໝ່ ແມ່ນຈະມີ 3 ມູນຄ່າ ຄື: ທະນະບັດທີ່ມີມູນຄ່າ 10.000 ເຢນ, 5.000 ເຢນ ແລະ 1.000 ເຢນ ໂດຍໃຊ້ເຕັກໂນໂລຊີ ໂຮໂລແກຣມ ( Hologram ) ເພື່ອປ້ອງກັນການປອມແປງ. ທະນະບັດໃໝ່ອອກໂດຍທະນາຄານກາງແຫ່ງປະເທດຍີ່ປຸ່ນ ( BoJ ) ແລະ ພິມໂດຍສຳນັກການພິມແຫ່ງຊາດ ເຊິ່ງຕົ້ນແບບໄດ້ເລີ່ມສະແດງທີ່ພິພິທະພັນ ທະນະບັດ ແລະ ທະນາຄານທົ່ວປະເທດຍີ່ປຸ່ນແລ້ວ.

ທະນະບັດໃໝ່ 10.000 ເຢນ ມີຮູບຂອງ Eiichi Shibusawa ນັກການເມືອງ ແລະ ນັກທຸລະກິດຊາວຍີ່ປຸ່ນ ທີ່ໄດ້ຮັບການຍ້ອງຍໍວ່າເປັນບິດາແຫ່ງທຶນນິຍົມຍີ່ປຸ່ນ; ທະນະບັດ 5.000 ເຢນ ເປັນຮູບເໝືອນຂອງ ທ່ານ ນາງ Umeko Tsuda ຄູຜູ້ບຸກເບີກໃນສະໄໝ ເມຈິ ທີ່ສົ່ງເສີມການສຶກສາສຳລັບຜູ້ຍິງ; ທະນະບັດ 1.000 ເຢນ ຈະມີນັກຈຸລະຊີວະວິທະຍາ ທ່ານ Shibasaburo Kitasato ຜູ້ພັດທະນາ ເຊວລຳບໍາບັດ ສຳລັບບາດພະຍັກ ແລະ ເປັນຜູ້ທີ່ຮູ້ຈັກໃນຖານະບິດາແຫ່ງການແພດແຜນປັດຈຸບັນຂອງຍີ່ປຸ່ນ.

ດ້ານຫຼັງຂອງທະນະບັດ 10.000 ເຢນ ຈະມີຮູບສະຖານີລົດໄຟໂຕກຽວ, 5.000 ເຢນ ຈະມີຮູບດອກວິສທີເຣຍ ແລະ 1.000 ເຢນ ຈະມີຮູບພູເຂົາໄຟ ຟູຈິ.