BIS ເຕືອນ ເຖິງຈຸດປ່ຽນສຳຄັນໃນການຕໍ່ສູ້ກັບເງິນເຟີ້

106

ສຳນັກຂ່າວຣອຍເຕີລາຍງານວ່າ: ທະນາຄານເພື່ອການຊຳລະໜີ້ລະຫວ່າງປະເທດ ( BIS ) ເຊິ່ງເປັນອົງກອນຫຼັກຂອງທະນາຄານກາງໂລກ ໄດ້ອອກບົດລາຍງານ ຮຽກຮ້ອງໃຫ້ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ ( ດອກເບ້ຍພື້ນຖານ ) ພ້ອມທັງເຕືອນວ່າ ເສດຖະກິດໂລກກຳລັງຢູ່ໃນຈຸດສຳຄັນ ຂະນະທີ່ປະເທດຕ່າງໆກຳລັງດີ້ນຮົນເພື່ອຕໍ່ສູ້ກັບອັດຕາເງິນເຟີ້.

ລາຍງານລະບຸວ່າ: ເຖິງແມ່ນວ່າອັດຕາດອກເບ້ຍຈະສູງຂຶ້ນຢ່າງຕໍ່ເນື່ອງໃນໄລຍະ 18 ເດືອນຜ່ານມາ ແຕ່ອັດຕາເງິນເຟີ້ ໂດຍສະເພາະແມ່ນບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ຢູ່ໃນລະດັບສູງຢ່າງຕໍ່ເນື່ອງ, ຕົ້ນທຶນການກູ້ຢືມເງິນສູງຂຶ້ນ ໄດ້ເຮັດໃຫ້ທະນາຄານຫຼາຍແຫ່ງຕ້ອງລົ້ມລະລາຍຄັ້ງໃຫຍ່ສຸດ ນັບແຕ່ວິກິດການເງິນເມື່ອ 15 ປີກ່ອນໜ້ານີ້.

ບົດລາຍງານຂອງ BIS ລະບຸວ່າ: ເສດຖະກິດໂລກກຳລັງຢູ່ໃນໄລຍະຫົວລ້ຽວຫົວຕໍ່ສຳຄັນ ແຕ່ຄວາມທ້າທາຍທີ່ຮຸນແຮງໃນຂະນະນີ້ ຕ້ອງໄດ້ຮັບການແກ້ໄຂ. “ ມັນເຖິງເວລາທີ່ການຕິດຕາມການເຕີບໂຕໄລຍະສັ້ນ ໄດ້ຜ່ານໄປແລ້ວ, ນະໂຍບາຍການເງິນຈະຕ້ອງໄດ້ຟື້ນຟູສະຖຽນລະພາບດ້ານລາຄາ ແລະ ນະໂຍບາຍການເງິນຈະຕ້ອງລວມກັນເປັນໜຶ່ງດຽວ ”.

ທ່ານ ເຄລາດີໂອ ໂບຣີໂອ ຫົວໜ້າຝ່າຍການເງິນ ແລະ ເສດຖະກິດຂອງ BIS ລະບຸວ່າ: ມີຄວາມສ່ຽງທີ່ “ ຈິດຕະວິທະຍາເງິນເຟີ້ ” ຈະກໍ່ຕົວຂຶ້ນ ເຖິງວ່າການປັບຂຶ້ນອັດຕາດອກເບ້ຍຂອງອັງກິດ ແລະ ນ໊ອກແວ ຈະສູງກວ່າທີ່ຄາດການໄວ້ ນັ້ນກໍສະແດງໃຫ້ເຫັນວ່າ ທະນາຄານກາງກຳລັງຜັກດັນເຄື່ອງມື ເພື່ອຈັດການກັບເງິນເຟີ້.

BIS ລະບຸວ່າ: ຍິ່ງອັດຕາເງິນເຟີ້ສູງຂຶ້ນນານເທົ່າໃດ ຍິ່ງມີຄວາມຈຳເປັນນຳໃຊ້ນະໂຍບາຍທີ່ເຂັ້ມງວດ ແລະ ຍາວນານຂຶ້ນ, ພ້ອມເຕືອນຄວາມເປັນໄປໄດ້ທີ່ຈະເກີດບັນຫາເພີ່ມຂຶ້ນອີກໃນຂະແໜງທະນາຄານ ເຊິ່ງຖືວ່າເປັນເລື່ອງສຳຄັນຢ່າງຍິ່ງ.

ຫາກອັດຕາດອກເບ້ຍຢູ່ໃນລະດັບດຽວກັນກັບໃນໄລຍະກາງທົດສະວັດ 1990 ພາລະການຊຳລະໜີ້ໂດຍລວມຂອງປະເທດເສດຖະກິດຊັ້ນນຳຂອງໂລກຈະສູງທີ່ສຸດໃນປະຫວັດສາດ ແຕ່ຄາດວ່າທະນາຄານກາງ ຈະສາມາດຄວບຄຸມອັດຕາເງິນເຟີ້ໄດ້ ເພາະນັ້ນຄືໜ້າທີ່ຂອງພວກເຂົາ ເພື່ອຟື້ນຟູສະຖຽນລະພາບດ້ານລາຄາ ແຕ່ຄຳຖາມກໍຄື ລາຄາທີ່ຕ້ອງຈ່າຍຈະເປັນແນວໃດ.