ອາທິດແລ້ວນີ້, ຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ, ເຈົ້າໜ້າທີ່ຫ້ອງການອຸດສາຫະກຳ ແລະ ການຄ້າ ສົມທົບກັບ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ຈັດພິທີທຳລາຍສິ່ງຜິດກົດໝາຍ ສິນຄ້າໝົດອາຍຸ ແລະອາວຸດລ່າເນື້ອ, ໂດຍເປັນປະທານຮ່ວມຂອງ ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ, ທ່ານ ຄຳປະສົງ ດິດຍະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍບ້ານພາຍໃນເມືອງ ເຂົ້າຮ່ວມ.
ພິທີ ພັນໂທ ວັນນະສິດ ຄອນພະຈິດ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຊຽງເງິນ ໄດ້ລາຍງານສະພາບການ ການປະຕິບັດໜ້າທີ່ກວດກາສີນຄ້າທີ່ຜິດກົດໝາຍ, ອາວຸດລ່າເນື້ອ, ຢາເສບຕິດ ແລະສິນຄ້າໝົດອາຍຸ ໂດຍການປະສານສົມທົບລະຫວ່າງເຈົ້າໜ້າທີ່ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສາມາດຢຶດ ອາວຸດລ່າເນືອ ປະເພດ ປືນແກັບ ຈຳນວນ 800 ກະບອກ, ຈັກຕັດໄມ້ ຫຼື ຈັກສະຕີ່ນ ຈຳນວນ 4 ເຄື່ອງ, ອຸປະກອນນຳໃຊ້ເສບຢາເສບຕິດ ປະເພດຢາຝິ່ນ ຈຳນວນ 10 ຊຸດ, ສິນຄ້າໝົດອາຍຸ, ສິນຄ້າເສື່ອມຄຸນນະພາບ, ສິນຄ້າປ້ອມແປງ ແລະສິນຄ້າບໍ່ເສຍພາສີ ມີທັງໝົດ 49 ລາຍການ ລວມມູນຄ່າທັງໝົດ 10 ລ້ານ 4 ແສນກວ່າກີບ.
ນອກຈາກນີ້ ໄດ້ກວດພົບຊິງສັ່ງບໍ່ໄດ້ມາດຖານ ຈຳນວນ 7 ໜ່ວຍ, ໂອກາດນີ້ ໄດ້ມີການທໍາລາຍສີນຄ້າ ແລະເຄື່ອງທີ່ຜິດກົດໝາຍ ດ້ວຍການນຳຟັງດິນໃນຂອບເຂດທີ່ກຳນົດ.
ພາບ-ຂ່າວ ໂດບ ໄຊຍະສອນ ພັນທະວົງ