ສິນຄ້າສົ່ງອອກໃນ 4 ເດືອນຕົ້ນປີ 2023 ມີຫຍັງແດ່?

187

ໄລຍະ 4 ເດືອນຕົ້ນປີ 2023 ມູນຄ່າການນໍາເຂົ້າ-ສົ່ງອອກຂອງລາວ ບັນລຸໄດ້ຫຼາຍພັນລ້ານໂດລາ ໃນນັ້ນ, ລວມມູນຄ່າການນໍາເຂົ້າສູງກວ່າການສົ່ງອອກເລັກນ້ອຍ(ຂາດດູນ); ມາເບິ່ງວ່າໃນຮອບ 4 ເດືອນ ປະເພດສິນຄ້າສົ່ງອອກຕົ້ນຕໍຂອງລາວເຮົາມີຫຍັງແດ່?

No photo description available.

ອີງຕາມແຫຼ່ງຂໍ້ມູນຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal ເຫັນວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ລາວ ປະຈໍາເດືອນ 1 ປີ 2023 ບັນລຸໄດ້ ປະມານ 935 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 461 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 474 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 13 ລ້ານໂດລາສະຫາລັດ.

No photo description available.
ສໍາລັບເດືອນ 2 ບັນລຸໄດ້ ປະມານ 962 ລ້ານໂດລາສະຫະລັດ ໃນນີ້, ມູນຄ່າການສົ່ງອອກ ປະມານ 505 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 457 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 48 ລ້ານໂດລາສະຫະລັດ.

No photo description available.

ສ່ວນເດືອນທີ 3 ບັນລຸໄດ້ ປະ ມານ 1,236 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 630 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 606 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າ ປະມານ 25 ລ້ານໂດລາສະຫະລັດ ແລະ ປະຈໍາເດືອນ 4 ບັນລຸໄດ້ ປະມານ 947 ລ້ານໂດລາສະຫະລັດ. ໃນນີ້, ມູນັຄ່າການສົ່ງອອກ ມີປະມານ 465 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 482 ລ້ານໂດລາສະຫະ ລັດ ແລະ ຂາດດຸນການຄ້າ ປະມານ 17 ລ້ານໂດລາສະຫະລັດ (ຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ).

No photo description available.

ເມື່ອລວມມູນຄ່າການສົ່ງອອກໄລຍະ 4 ເດືອນ ປີ 2023 ຢູ່ທີ່ປະມານ 2.061 ລ້ານໂດລາສະຫະລັດ ຂະນະທີ່ຕົວເລກນໍາເຂົ້າແມ່ນ 2.019 ລ້ານໂດລາສະຫະລັດ ມີຕົວເລກຂາດດູນເລັກນ້ອຍທີ່ 48 ລ້ານໂດລາສະຫະລັດ.
ສໍາລັບສິນຄ້າສົ່ງອອກຕົ້ນຕໍ ສັງລວມໃນ 4 ເດືອນຜ່ານມາ ໄດ້ແກ່: ມັນຕົ້ນ, ຄຳປະສົມ ແລະ ຄຳແທ່ງ, ແຮ່ເຫຼັກ-ແຮ່ທອງ, ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ-ເຄື່ອງດື່ມ, ເຫຍື່ອໄມ້ ແລະ ເສດເຈ້ຍ, ນ້ຳຕານ ແລະ ຢາງພາລາ ໂດຍລວມແມ່ນຍັງເປັນສິນຄ້າປະເພດດຽວກັນກັບທີ່ອອກປີຜ່ານມາ.