ຄອງປານາມາ ອອກກົດລະບຽບໃໝ່ກຳນົດຄວາມເລິກຂອງເຮືອ ຫຼັງນ້ຳບົກແຫ້ງ

54

ສຳນັກຂ່າວຕ່າງປະເທດລາຍງານວ່າ: ອົງການບໍລິຫານຄອງປານາມາ ເຊິ່ງເປັນໜຶ່ງໃນເສັ້ນທາງສັນຈອນທາງທະເລ ທີ່ມີເຮືອບັນທຸກສິນຄ້າແລ່ນຜ່ານຫຼາຍທີ່ສຸດອີກແຫ່ງຂອງໂລກ ໄດ້ອອກມາປະກາດວ່າ ຈະຄວບຄຸມເຮືອບັນທຸກຂະໜາດໃຫຍ່ທີ່ແລ່ນຜ່ານຄອງດັ່ງກ່າວຢ່າງເຂັ້ມງວດ ເນື່ອງຈາກລະດັບນ້ຳບົກແຫ້ງລົງຢ່າງໄວວາ ຫຼັງປານາມາ ປະເຊີນກັບໄພແຫ້ງແລ້ງ.

ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ ອົງການບໍລິຫານຄອງດັ່ງກ່າວ ໄດ້ອອກມາດຕະການຫຼາຍຄັ້ງ ເພື່ອກຳນົດຄວາມເລິກຂອງເຮືອທີ່ຈະແລ່ນຜ່ານຄອງດັ່ງກ່າວ ເນື່ອງຈາກບັນຫາໄພແຫ້ງແລ້ງ ຫວັງຊ່ວຍບັນເທົາວິກິດການ ການເດີນເຮືອຜ່ານຄອງປານາມາ.

อาจเป็นรูปภาพของ ธง, คลอง Panama Canal และ ข้อความ

ທັງນີ້, ຄອງດັ່ງກ່າວມີຄວາມຍາວທັງໝົດປະມານ 80 ກິໂລແມັດ ເຊິ່ງເຊື່ອມຕໍ່ລະຫວ່າງມະຫາສະໝຸດແອັດແລນຕິກ ແລະ ມະຫາສະໝຸດປາຊີຟິກ ເຊິ່ງໃນແຕ່ລະປີ ຈະມີເຮືອບັນທຸກສິນຄ້າ ແລະ ບັນທຸກນ້ຳມັນແລ່ນຜ່ານຄອງດັ່ງກ່າວ ປະມານ 3,5% ຂອງການຄ້າໂລກທັງໝົດ.

ລະບຽບໃໝ່ທີ່ປະກາດອອກມາຄັ້ງຫຼ້າສຸດນີ້ ຈະກຳນົດຄວາມເລິກຂອງເຮືອຂົນສົ່ງສິນຄ້າ ຫຼື neo-Panamax ໄວ້ທີ່ 43,5 ຟຸດ ( ປະມານ 13,3 ແມັດ ) ຈາກເດີມກຳນົດໄວ້ທີ່ 44 ຟຸດ, ນັ້ນກໍໝາຍຄວາມວ່າເຮືອບັນທຸກເຫຼົ່ານີ້ ຈະບັນທຸກສິນຄ້າໜ້ອຍລົງ ຫຼື ຫຼຸດນ້ຳໜັກຂອງເຮືອລົງ ເພື່ອໃຫ້ເຮືອສາມາດລອຍໄດ້ສູງຂຶ້ນ.

ສ່ວນເຮືອ Panamax ເຊິ່ງໃຊ້ຊ່ອງທາງການເດີນເຮືອແບບດັ້ງເດີມຂອງຄອງປານາມານັ້ນ ຈະອອກລະບຽບຄວບຄຸມຢ່າງເຂັ້ມງວດ ນັບແຕ່ວັນທີ 9 ກໍລະກົດເປັນຕົ້ນໄປ ແລະ ນັບແຕ່ວັນທີ 19 ກໍລະກົດ 2023 ເປັນຕົ້ນໄປ ເຮືອທັງສອງປະເພດນີ້ຈະປະເຊີນກັບຂໍ້ຈຳກັດເພີ່ມຂຶ້ນອີກ, ແຕ່ກໍຂຶ້ນຢູ່ກັບປະລິມານນ້ຳຝົນ ວ່າຈະຫຼາຍໜ້ອຍສ່ຳໃດ ທີ່ຈະເຮັດໃຫ້ທະເລສາບທີ່ຕັ້ງຢູ່ຮອບຄອງປານາມາ ເພີ່ມປະລິມານນ້ຳຂຶ້ນ. ທັງນີ້, ປາກົດການແອລ ນີໂຍ ( El Nino ) ເຮັດໃຫ້ປານາມາ ປະເຊີນກັບໄພແຫ້ງແລ້ງຢ່າງຮຸນແຮງທີ່ສຸດໃນຮອບຫຼາຍປີ.