ສະວິດເຊີແລນ ໃຊ້ຈ່າຍຫຼາຍກວ່າ 12 ຕື້ໂດລາ ໃນກິດຈະກຳຮ່ວມມືລະຫວ່າງປະເທດ

57

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ປະເທດສະວິດເຊີແລນ ຈະໃຊ້ງົບປະມານ 11,45 ຕື້ຟຣັງ ຫຼື ປະມານ 12,75 ຕື້ໂດລາສະຫະລັດ ສຳລັບກິດຈະກຳຄວາມຮ່ວມມືລະຫວ່າງປະເທດ ໃນໄລຍະ 2025 – 2028 ໂດຍໃຫ້ຄວາມສຳຄັນກັບ ອູແກຣນ ແລະ ການຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ.

ລາຍງານລະບຸອີກວ່າ: ໃນງົບປະມານຂ້າງເທິງນັ້ນ, ພາລະຜູກພັນທາງການເງິນສຳລັບຄວາມຊ່ວຍເຫຼືອດ້ານມະນຸດສະທໍາ ກໍເພີ່ມຂຶ້ນເຊັ່ນກັນ ໂດຍມີຈຸດມຸ່ງໝາຍ ເພື່ອເນັ້ນໃສ່ພື້ນທີ່ວິກິດໃນໄລຍະຍາວ.

ນອກນີ້, ຍັງມີການລະບຸກ່ຽວກັບເງິນຊ່ວຍເຫຼືອ ອູແກຣນ ແມ່ນລວມມີ 1,5 ຕື້ຟຣັງ, ຄວາມຮ່ວມມືດ້ານການພັດທະນາ ແລະ ການບັນເທົາທຸກດ້ານມະນຸດສະທຳ ຄິດເປັນເງິນ ປະມານ 850 ລ້ານຟຣັງ. ໃນຂະນະດຽວກັນ, ກໍລະບຸວ່າມີຈໍານວນເງິນ 650 ລ້ານຟຣັງ ທີ່ຈະນໍາໄປໃຊ້ກັບກິດຈະກຳການກໍ່ສ້າງ.

ພ້ອມນີ້, ກໍມີປະເດັນຂອງການຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ ກໍຍັງໄດ້ພິຈາລະນາ ໂດຍຈະໃຊ້ງົບປະມານ 1,6 ຕື້ຟຣັງ ໃນການຈັດການບັນຫາດັ່ງກ່າວນີ້.