ຣາຟາເອລ ແຊງ ບຸນພະຈັນ ຂຶ້ນນໍາດາວຍິງສູງສຸດ ລາວລີກ 1

62

ຣາຟາເອລ ຍິງໄປຄົນດຽວ 8 ປະຕູໃນນັດທີ່ພາ ມາສເຕີ 7 ເອັຟຊີ ໄລ່ຖະຫຼົ່ມ ວຽງຈັນ ເອັຟຊີ ໄປຂາດລອຍ 14-1 ໃນການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈໍາປີ 2023 ເມື່ອວັນທີ 17 ມິຖຸນາ 2023 ຈາກຜົນດັ່ງກ່າວ ເຮັດໃຫ່ ຣາຟາເອລ ຍິງໄປ 17 ປະຕູຢຶດຜູ້ນໍາດາວຍິງສູງສຸດຂອງການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ( ອາທິດທີ 12 ຂອງການແຂ່ງຂັນ ).

ສ່ວນອັນດັບ 2 ເປັນຂອງ ບຸນພະຈັນ ບຸນກອງ ຜູ້ນໍາດາວຍິງສູງສຸດອາທິດກ່ອນໜ້ານີ້ ໂດຍນັດຫຼ້າສຸດບໍ່ສາມາດຍິງປະຕູໄດ້ໃນນັດທີ່ພາ ຊ້າງນ້ອຍ ເອັຟຊີ ບຸກໄປສະເໝີກັບ ກອງທັບ ເອັຟຊີ 0-0 ເຮັດໃຫ້ຍັງຍິງໄດ້ 15 ປະຕູຄືເກົ່າ.

ຂະນະທີ່ ອັນດັບ 3 ເປັນຂອງ ພັດທະນາ ພົມມະເທບ ຈາກ ເອສະຣາ ເອັຟຊີ ນັດຫຼ້າສຸດບໍ່ສາມາດຍິງປະຕູໄດ້ ເຮັດໃຫ້ ຍັງຍິງໄດ້ 10 ປະຕູຄືເກົ່າ, ອັນດັບ 4 ເປັນຂອງ ໂຈນີ້ ແຫວນປະເສີດ ຈາກເອສະຣາ ເອັຟຊີ ຍິງໄດ້ 9 ປະຕູ ຫຼັງນັດຫຼ້າສຸດຍິງປະຕູໄຊໃຫ້ກັບ ເອສະຣາ ບຸກໄປເອົາຊະນະ ຫຼວງພະບາງ 1-0.

ອັນດັບ 5 ເປັນຂອງ ຕີ ສີຫາລາດ ຈາກກອງທັບ ເອັຟຊີ ນັດຫຼ້າສຸດຍິງປະຕູບໍ່ ເຮັດໃຫ້ຍິງໄດ້ 8 ຄືເກົ່າ ແລະ ອັນດັບ 6 ສຸກພະຈັນ ເລື່ອນທະລາ ກອງໜ້າຂອງ ມາສເຕີ 7 ເອັຟຊີ ຍິງໄດ້ 7 ປະຕູ ຫຼັງນັດຫຼ້າສຸດຍິງໄດ້ 4 ປະຕູນັດພາ ມາສເຕີ 7 ເອັຟຊີ ຖະຫຼົ່ມ ວຽງຈັນ ເອັຟຊີ 14-1.
ຂ່າວ: Larh Creators; ຮູບຈາກ: ສຕລ