ອີຢູ ຕັ້ງເປົ້າເພີ່ມເງິນລົງທຶນ 175 ຕື້ໂດລາ ຫວັງເປັນຜູ້ນຳດ້ານເຕັກໂນໂລຊີ

39

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ທ່ານ ນາງ Ursula von der Leyen ປະທານຄະນະກຳມາທິການເອີຣົບ ( EC ) ກ່າວໃນວັນທີ 20 ມິຖຸນາຜ່ານມາວ່າ: ສະຫະພາບເອີຣົບ ( EU ) ໄດ້ຕັ້ງເປົ້າໝາຍເພີ່ມວົງເງິນລົງທຶນ ຈໍານວນ 160 ຕື້ເອີໂຣ ( 175 ຕື້ໂດລາ ) ເພື່ອເພີ່ມຄວາມໄດ້ປຽບ ເປັນຜູ້ນໍາດ້ານເຕັກໂນໂລຊີ.

EC ຈະລະດົມເງິນສ່ວນໜຶ່ງໂດຍການລວມກອງທຶນທີ່ມີຢູ່ ເຂົ້າກັບແຫຼ່ງເງິນທຶນໃໝ່ ເຊິ່ງປະທານ EC ເນັ້ນວ່າ: “ ໂດຍລວມ, ພວກເຮົາຄາດຫວັງຈະໝູນໃຊ້ ແລະ ດຶງດູດເງິນທຶນສ່ວນຕົວ ເປັນສິ່ງສຳຄັນ ເຊິ່ງມີສ່ວນໃຫ້ງົບປະມານການລົງທຶນເພີ່ມຂຶ້ນເປັນ 16 ຕື້ເອີໂຣ.

ນອກນີ້, ປະທານ EC ຍັງກ່າວວ່າ: EU ຈະໃຊ້ງົບປະມານ 15 ຕື້ເອີໂຣ ( 16,39 ຕື້ໂດລາ ) ເພື່ອສົ່ງເສີມນະໂຍບາຍການຍ້າຍຖິ່ນຖານ ເຊິ່ງເງິນສ່ວນໜຶ່ງຈະໃຊ້ເພື່ອສົ່ງເສີມການເປັນຫຸ້ນສ່ວນກັບປະເທດທີ່ສາມ ເພື່ອໃຫ້ຄວາມຊ່ວຍເຫຼືອຜູ້ລີ້ໄພໃນຕາເວັນອອກກາງ ແລະ ຕອບສະໜອງຕໍ່ວິກິດການດ້ານມະນຸດສະທໍາ.

ໃນຊຸມປີຜ່ານມາ, EU ໄດ້ໃຫ້ຄວາມສຳຄັນກັບການລົງທຶນດ້ານເຕັກໂນໂລຊີ ເພື່ອເລັ່ງການຟື້ນຕົວຂອງເສດຖະກິດ ຫຼັງການລະບາດຂອງໂຄວິດ – 19 ນີ້ ເປັນສ່ວນໜຶ່ງຂອງແຜນຟື້ນຟູ ທີ່ມີມູນຄ່າ 750 ຕື້ເອີໂຣ ໃຫ້ EU ຂອງປະທານ EC.

ທ່ານ ນາງ Ursula von der Leyen ຍັງກ່າວວ່າ: EU ຈໍາເປັນຕ້ອງລົງທຶນເພີ່ມຕື່ມໃນເຄືອຂ່າຍ 5G ແລະ 6G ເພື່ອເປັນປະໂຫຍດຕໍ່ພາກສ່ວນສຳຄັນ ເຊັ່ນ: ສຸຂະພາບ, ການສຶກສາ, ການຂົນສົ່ງ, ໂລຈິສຕິກ ແລະ ການສື່ສານ. ນອກນີ້, ຂະແໜງທີ່ເປັນພື້ນຖານອື່ນໆ ກໍຍັງໄດ້ຮັບການລົງທຶນເພີ່ມຂຶ້ນ ເຊັ່ນ: ປັນຍາປະດິດ ( AI ), ຄວາມປອດໄພທາງໄຊເບີ, ຂໍ້ມູນທີ່ເປັນຄວາມລັບ, ໂຄງການພື້ນຖານຂໍ້ມູນ ແລະ ຄຣາວ, ບ໊ອກເຊນ…