ບໍລິສັດ ສະຕາດອັບຂອງຍີ່ປຸ່ນ ລະດົມທຶນໄດ້ສູງສຸດເປັນປະຫວັດການ

56

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ຕະຫຼາດສະຕາດອັບ Startup ຂອງຍີ່ປຸ່ນ ກຳລັງຮ້ອນແຮງ ເນື່ອງຈາກນັກລົງທຶນຕ່າງປະເທດ ໄດ້ມີຄວາມສົນໃຈມາລົງທຶນເປັນຈໍານວນຫຼາຍເມື່ອປີຜ່ານມາ ບັນດາ ບໍລິສັດ ສະຕາດອັບ ຍີ່ປຸ່ນ ລະດົມທຶນໄດ້ສູງສຸດເປັນປະຫວັດການ ຢູ່ທີ່ 877 ຕື້ເຢນ ຫຼື 6,2 ຕື້ໂດລາ.

ປີຜ່ານມາ, ບັນດານັກລົງທຶນລາຍໃຫຍ່ຂອງອາເມຣິກາ ລວມທັງມະຫາເສດຖີ ຢ່າງທ່ານ Warren Buffett ທີ່ຈັດສັນເພີ່ມເງິນລົງທຶນໃນອາຊີ ເຂົ້າລົງທຶນໃນຍີ່ປຸ່ນ ສິ່ງດັ່ງກ່າວນີ້ໄດ້ຍູ້ໃຫ້ດັດຊະນີຫຸ້ນຂອງ Nikkei 225 ໃນຕະຫຼາດຫຼັກຊັບຂອງໂຕກຽວ ເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນເວລາ 10 ອາທິດ.

ຫຼ້າສຸດ, ບໍລິສັດ Berkshire Hathaway ຂອງທ່ານ Buffet ໄດ້ສືບຕໍ່ຊື້ຫຸ້ນ ເພື່ອເປັນຫຸ້ນສ່ວນກັບ 5 ກຸ່ມການຄ້າລາຍໃຫຍ່ທີ່ສຸດໃນຍີ່ປຸ່ນ. ເມື່ອເດືອນຜ່ານມາ, ທະນາຄານ Goldman Sachs ຂອງອາເມຣິກາ ໄດ້ທຸ່ມເງິນ 10 ຕື້ເຢນ ຫຼື 70 ລ້ານໂດລາ ເຂົ້າລົງທຶນໃສ່ GO ເຊິ່ງເປັນບໍລິສັດເອີ້ນລົດບໍລິການຂົນສົ່ງທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນ ໂດຍອີງໃສ່ເປົ້າໝາຍລົງທຶນຢູ່ທີ່ 1 ຕື້ໂດລາ.

ຂະນະທີ່ລັດຖະບານຍີ່ປຸ່ນ ໄດ້ອອກຖະແຫຼງການແຜນການ 5 ປີ ເພື່ອຊຸກຍູ້ບັນດາ ບໍລິສັດ ສະຕາດອັບ, ໃນນັ້ນລວມມີບ້ວງເງິນ 1.000 ຕື້ເຢນ ສຳລັບບັນດາມາດຕະການຊ່ວຍເຫຼືອສະຕາດອັບ.