ຄາດ ຄວາມຕ້ອງການນ້ຳມັນດິບຂອງຈີນ ຊະລໍຕົວລົງ

73

ສຳນັກຂ່າວຣອຍເຕີລາຍງານວ່າ: ປີໂຕຣລຽມແຫ່ງຊາດຈີນ ( CNPC ) ເປີດເຜີຍວ່າ ໃນປີ 2023 ຄວາມຕ້ອງການນ້ຳດິບຂອງຈີນ ຄາດວ່າເພີ່ມຂຶ້ນ 3,5% ຫຼື ຢູ່ທີ່ປະມານ 51,5 ລ້ານບາເຣວ ເຊິ່ງຕົວເລກເພີ່ມຂຶ້ນດັ່ງກ່າວ ເປັນການເພີ່ມຂຶ້ນທີ່ຊະລໍຕົວລົງ ຫຼື ຕ່ຳກວ່າທີ່ຄາດການໄວ້ກ່ອນໜ້ານີ້.

ສະຖາບັນວິໄຈເສດຖະກິດ ແລະ ເຕັກໂນໂລຊີ ( ETRI ) ຂອງປີໂຕຣລຽມແຫ່ງຊາດຈີນ ລະບຸວ່າ: ຈີນ ເປັນປະເທດທີ່ນຳເຂົ້ານ້ຳມັນລາຍໃຫຍ່ຂອງໂລກ ແລະ ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບ 2 ຂອງໂລກ ເຊິ່ງຄາດການວ່າໃນປີ 2023 ນີ້ ເສດຖະກິດຈີນ ຈະຂະຫຍາຍຕົວຊ້າລົງ. ທັງນີ້, ສະຖາບັນການເງິນຫຼາຍແຫ່ງ ໄດ້ປັບຫຼຸດຄາດການເສດຖະກິດຈີນລົງ ທ່າມກາງຄວາມກັງວົນວ່າ ການຟື້ນຕົວຫຼັງໂຄວິດ – 19 ຍັງບໍ່ມີຄວາມແນ່ນອນ.

ETRI ລະບຸວ່າ: ຄວາມຕ້ອງການນ້ຳມັນແອັດຊັງຂອງຈີນ ຈະເພີ່ມຂຶ້ນ 0,8% ເມື່ອທຽບໃສ່ປີ 2019, ໃນຂະນະທີ່ນ້ຳມັນກາຊວນ ແລະ ນ້ຳມັນກາດ ບໍ່ຢູ່ໃນລະດັບໃກ້ຄຽງກັບປີ 2019.