ກະຊວງ ອຄ ແລະ ນວ ລົງນາມຮ່ວມມື 4 ໂຄງການ ສ້າງຄວາມເຂັ້ມແຂງໃນການພັດທະນາວຽກງານ ອຄ

53

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ( ນວ ) ພົບປະ ແລະ ລົງນາມເພື່ອຊຸກຍູ້ການຮ່ວມມືຮັດແໜ້ນການປະສານງານ ເພື່ອພັດທະນາວຽກງານອຸດສາຫະກຳ ແລະ ການຄ້າ ຢູ່ນະຄອນຫຼວງວຽງຈັນ ໃຫ້ມີຄວາມເຂັ້ມແຂງຂະຫຍາຍຕົວຍິ່ງໆຂຶ້ນ.

ພິທີລົງນາມມີຂຶ້ນໃນວັນທີ 16 ມິຖຸນາ 2023 ທີ່ຫ້ອງວ່າການປົກຄອງນະຄອນຫຼວງ ວຽງຈັນ ລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກັບ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໂດຍມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຂອບເຂດການຮ່ວມມືຄັ້ງນີ້ ມີ 4 ໂຄງການ ຄື:

1. ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການໃນການຮັບຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ແຈ້ງຂໍ້ມູນລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ຄຳສະເໜີແກ້ໄຂຂໍ້ຂັດແຍ່ງທາງດ້ານຊັບສິນທາງປັນຍາ.
2. ໂຄງການກໍ່ສ້າງລະບົບການຄ້າຜ່ານທາງເອເລັກໂຕຣນິກ ( E-Commerce ) ສໍາລັບສິນຄ້າກະສິກໍາລາວ.
3. ໂຄງການສ້າງຂີດ ຄວາມສາມາດໃຫ້ແກ່ວຽກງານການຄ້າພາຍໃນ.
4. ໂຄງການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງ ແລະ ພັດທະນານິຄົມອຸດສາຫະກຳຢູ່ ນວ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ນັບແຕ່ປີ 2020 ເຖິງປັດຈຸບັນ ກະຊວງ ອຄ ໄດ້ເຊັນບົດບັນທຶກຮ່ວມມືກັບແຂວງຕ່າງໆ ທັງໝົດ 5 ແຂວງ ຄື: ແຂວງຜົ້ງສາລີ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ສາລະວັນ. ນອກຈາກນັ້ນ, ໃນວັນທີ 16 ກຸມພາ 2023 ກະຊວງ ອຄ ກໍໄດ້ເຊັນແຜນການຮ່ວມມືກັບແຂວງຈໍາປາສັກ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກການຮ່ວມມືທີ່ສອງຝ່າຍໄດ້ລົງນາມໃນປີ 2021. ສໍາລັບນະຄອນຫຼວງວຽງຈັນ ເປັນແຂວງທີ 2 ທີ່ມີແຜນການຮ່ວມມືຮ່ວມກັນ. ປັດຈຸບັນກໍພວມກະກຽມເຊັນແຜນການຮ່ວມມືກັບແຂວງບໍລິຄໍາໄຊ.

ສໍາລັບແຜນການຮ່ວມມື ລະຫວ່າງ ກະຊວງ ອຄ ກັບ ນະຄອນຫຼວງວຽງຈັນ ທີ່ຈະລົງນາມໃນມື້ນີ້ ທັງສອງຝ່າຍໄດ້ເຮັດວຽກຮ່ວມກັນ ເພື່ອຄົ້ນຄວ້າ – ປັບປຸງເນື້ອໃນ ແລະ ເອກະພາບກັນຄັດຈ້ອນເອົາ 4 ໂຄງການ, 10 ກິດຈະກໍາ ທີ່ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການ ແລະ ຄວາມຈໍາເປັນຂອງນະຄອນຫຼວງວຽງຈັນ ໃນໄລຍະປັດຈຸບັນ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນ ແລະ ເປັນຮູບປະທໍາຫຼາຍຂຶ້ນ.


ສໍາລັບວຽກຈຸດສຸມທີ່ກະຊວງ ອຄ ສຸມໃສ່ປະຕິບັດ ກໍຄືການປະກອບສ່ວນແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ກໍຄືບັນຫາເງິນເຟີ້ໃນປັດຈຸບັນ ໂດຍສະເພາະການຄຸ້ມຄອງລາຄາສິນຄ້າ; ການຊຸກຍູ້ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມສົ່ງອອກ; ການເຂົ້າເຖິງແຫຼ່ງທຶນຂອງຫົວໜ່ວຍທຸລະກິດ ຈນກ ແລະ ການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ແລະ ອື່ນໆ. ວຽກງານດັ່ງກ່າວ ສັງຄົມກໍຄື ພັກ ແລະ ລັດຖະບານ ແລະ ສະມາຊິກສະພາ ໄດ້ໃຫ້ຄວາມເປັນຫ່ວງເປັນໃຍ ແລະ ເລັ່ງທວງໃຫ້ຂະແໜງ ອຄ ແລະ ຂະແໜງການກ່ຽວຂ້ອງທັງໝົດ ທັງສູນກາງ ແລະ ທ້ອງຖິ່ນ ຕ້ອງໄດ້ເອົາໃຈໃສ່ແກ້ໄຂ.

ໂອກາດນີ້, ທ່ານເຈົ້າຄອງ ໄດ້ມີຄຳເຫັນຕໍ່ພິທີບາງຕອນວ່າ: ການຮ່ວມມືຄັ້ງນີ້ເປັນຂີດໝາຍອັນສຳຄັນ ແລະ ເປັນການເອົາໃຈໃສ່ຂອງສູນກາງ ທີ່ມີຕໍ່ຂະແໜງການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເວົ້າສະເພາະແມ່ນການພັດທະນາໃນຂົງເຂດວຽກງານອຸດສາຫະກຳປຸງແຕ່ງ ແລະ ການຄ້າ ໃຫ້ມີ ຄວາມເຂັ້ມແຂງ. ພ້ອມດຽວກັນນັ້ນ, ກໍສ້າງເງື່ອນໄຂປະຖົມປັດໄຈໃນການນຳໃຊ້ທ່າແຮງເສັ້ນທາງລົດໄຟໃນການນຳເຂົ້າ – ສົ່ງອອກສິນຄ້າ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ປະຢັດເວລາໃນການຂົນສົ່ງການສ້າງ ຄວາມເຂັ້ມແຂງທາງດ້ານອຸດສາຫະກໍາ ແລະ ການຄ້າຢູ່ ນວ ແມ່ນການເສີມສ້າງທາງດ້ານຜະລິດຕະພັນໃຫ້ມີ ຄວາມເຂັ້ມແຂງ ເພື່ອຕອບສະໜອງກັບຄວາມຕ້ອງການຂອງຜູ້ບໍລິໂພກ ຜູ້ຊົມໃຊ້ຕົວຈິງໃນບັນດາ 4 ເນື້ອໃນ ທີ່ໄດ້ກໍານົດໃນຂອບການຮ່ວມມື.