ເສດຖະກິດໃນນະຄອນຫຼວງວຽງຈັນ ອຸດສາຫະກຳກວມເກືອບເຄິ່ງໜຶ່ງຂອງ GDP

118

ທົ່ວນະຄອນຫຼວງວຽງຈັນ (ນວ) ມີບັນດາໂຮງງານອຸດສາຫະກໍາ 2 ພັນກວ່າແຫ່ງ ເປັນບ່ອນສ້າງວຽກເຮັດງານທໍາໄດ້ຫຼາຍໝື່ນຄົນ ແລະ ຂະແໜງອຸດສາຫະກຳ ເປັນທ່າແຮງສໍາຄັນຕໍ່ການຂະຫຍາຍຕົວຂອງເສດຖະກິດນະຄອນຫຼວງວຽງຈັນ ໃນປີຜ່ານມາເຕີບໂຕ 4,83%.

ไม่มีคำอธิบาย

ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ປະກອບຄຳເຫັນ ຕໍ່ກອງປະຊຸມພົບປະ ແລະ ລົງນາມແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ປີ 2023-2025 ເມື່ອວັນທີ 16 ມິຖຸນາ 2023 ທີ່ຜ່ານມາ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍໃຫ້ຮູ້ວ່າ: ໃນປີ 2022 ເສດຖະກິດຂອງນະຄອນຫຼວງວຽງຈັນ ຂະຫຍາຍຕົວໃນລະດັບ 4,83%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 62.243,93 ຕື້ກີບ ໃນນີ້ ຂະແໜງກະສິກຳຂະຫຍາຍຕົວເພີ່ມຂຶ້ນ 3,91% ກວມເອົາ 13,77%; ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ 6,54% ກວມເອົາ 49,05%; ຂະແໜງການບໍລິການ ຂະຫຍາຍຕົວເພີ່ມຂຶ້ນ 2,52% ກວມເອົາ 36,36% ຂອງ GDP.

ສຄອຊ ລົງຢ້ຽມຢາມ ສະມາຊິກ, ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ – LNCCI – Lao  National Chamber of Commerce and Industry

ຕາມສະຖິຕິໃນປີ 2022 ທົ່ວນະຄອນຫຼວງມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ໂຮງຊ່າງຫັດຖະກໍາ ຈໍານວນ 2.609 ແຫ່ງ; ໃນນັ້ນອຸດສາຫະກໍາປຸງແຕ່ງ 2.435 ແຫ່ງ ແລະ ຫັດຖະກຳ 174 ແຫ່ງ; ມີກຳມະກອນທັງໝົດ 48.609 ຄົນ, ຍິງ 28.356 ຄົນ ແລະ ຄົນຕ່າງປະເທດ 547 ຄົນ.

ການລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ການສົ່ງອອກສິນຄ້າລາວໄປຍັງຕ່າງປະເທດ  – Vientiane Mai

ທ່ານ ເຈົ້າຄອງ ຍັງກ່າວອີກວ່າ: ນະຄອນຫຼວງວຽງຈັນ ເປັນເມືອງເອກ ຂອງ ສປປ ລາວ ເປັນສູນກາງທາງດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ຄວາມອັດສະລິຍະ, ຄວາມກ້າວໜ້າທາງດ້ານເທັກໂນໂລຊີ ເປັນສູນກາງແຫ່ງການເຊື່ອມຈອດກັບພາກພື້ນ ແລະ ສາກົນ.ການຈະສ້າງນະຄອນຫຼວງ ເປັນນະຄອນທີ່ໜ້າຢູ່ນັ້ນ, ທຸກພາກສ່ວນຕ້ອງມີສ່ວນຮ່ວມໃນການປົກປັກຮັກສາ ແລະ ພັດທະນາຮ່ວມກັນ ໂດຍຕິດພັນກັບການປະຕິບັດນະໂຍບາຍ 6 ສ ທີ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງນະຄອນຫຼວງວຽງຈັນ ວາງອອກ.