ພູຜາ ຈັນທະວົງ ເຍົາວະຊົນລາວ ສ້າງຜົນງານໂດດເດັ່ນຄວ້າແຊັມ 2 ປະເພດກີລາ ພາຍໃນເດືອນດຽວ

75

ທ້າວ ພູຜາ ຈັນທະວົງ ຫຼື ພູມ ເດັກນ້ອຍລາວຜູ້ຫຼາກຫຼາຍຄວາມສາມາດ ສ້າງຜົນງານໄດ້ຢ່າງໂດດເດັ່ນພາຍໃນເດືອນດຽວ (ເດືອນມິຖຸນາ) ສາມາດຄວ້າລາງວັນຊະນະເລີດ ປະເພດກີລາເທັນນິດ ແລະ ກີລາບານເຕະ ກໍຄື ສາມາດປ້ອງກັນແຊ໋ມກີລາເທັນນິດເຍົາວະຊົນລາວ ລາຍການ Tigerhead Open 2023 ໃນຮຸ່ນອາຍຸ 8-12 ປີ ຊີງແຊ໋ມປະເທດລາວ ເຖິງສອງປີຕິດຕໍ່ກັນ ແລະ ຫຼ້າສຸດແມ່ນ ແຊ໋ມບານເຕະ ຢູ-9 ລາຍການ ACF Vietnam Football Tournament 2023 ມາໃໝ່ໆໝາດໆ.

ສຳລັບຜົນງານໃນການເຂົ້າຮ່ວມແຂ່ງຂັນກີລາສອງປະເພດດັ່ງກ່າວ ຈັດຂຶ້ນ ພາຍໃນເດືອນດຽວ ກໍຄື ເດືອນມິຖຸນາ 2023 ຂອງທ້າວ ພູຜາ ຈັນທະວົງ ນັກກີລາຜູ້ທີ່ມີພອນສະຫວັນຫຼາກກຫຼາຍຄວາມສາມາດ ໂດຍສະເພາະຜົນງານໃນການເຂົ້າຮ່ວມແຂ່ງຂັນກີລາເທັນນິດ ລາຍການ ນໍ້າດື່ມຫົວເສືອ ຫຼື Tigerhead Open 2023 ຊຶ່ງຈັດຂຶ້ນ ກໍເພື່ອສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ (1 ມິຖຸນາ) ເລີ່ມແຂ່ງຂັນລະຫວ່າງວັນທີ 2 ມີຖຸນາ ຫາ ວັນທີ 17 ມີຖຸນາ 2023 ທ້າວ ພູຜາ ຈັນທະວົງ ສາມາດປ້ອງກັນແຊ໋ມ ເທັນນິດ ລາຍການດັ່ງກ່າວ ໃນຮຸ່ນອາຍຸ 8-12 ປີ ເຖິງສອງສະໄໝຕິດຕໍ່ກັນ ໃນວັນທີ 12 ມິຖຸນາ 2023 ກ່ອນວັນທີ 14 ມິຖຸນາ ຈຶ່ງໄດ້ເດີນທາງບິນລັດຟ້າ ເພື່ອສົມທົບເພື່ອນຮ່ວມທີມ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ໃນຮຸ່ນອາຍຸ 9 ປີ ຄອງແຊ໋ມໃນລາຍການ ACF Vietnam Football Tournament 2023 ຈັດຂຶ້ນລະຫວ່າງວັນທີ 17-18 ມິຖຸນາ ຜ່ານມາ ຈັດຂຶ້ນ ທີ່ສະໜາມກີລາ ມະຫາວິທະຍາໄລ ໄດຮ໋ອກ ກິ່ງເຕ ນະຄອນທາຍຫງວຽນ ແຂວງທາຍຫງວຽນ ສສ ຫວຽດນາມ.

ທ້າວ ພູຜາ ຈັນທະວົງ ໃຫ້ສຳພາດວ່າ: ຫຼານມີຄວາມຮູ້ສຶກດີໃຈຫຼາຍ ທີ່ເຮັດໃຫ້ຄອບຄົວ ກໍຄື ພໍ່ຫຼານ ທີ່ເປັນຜູ້ຢູ່ເບື້ອງຫຼັງໃຫ້ການສະໜັບສະໜູນຫຼານໂດຍບໍ່ຜິດຫວັງໃນຕົວຫຼານ ທີ່ຫຼານສາມາດຍາດໄດ້ອັນດັບທີ 1 ໃນສອງປະກີລາ ທັງກີລາບານເຕະ ແລະ ກີລາເທັນນິດ ໃນຕໍ່ໜ້າ ຈະສືບຕໍ່ຝຶກຝົນພັດທະນາຕົວຫຼານໃຫ້ເກັ່ງກວ່າເກົ່າ ໃຫ້ສົມກັບພໍ່ຕັ້ງໃຈຢາກເຫັນຫຼານ ກ້າວເປັນນັກກີລາອາຊີບ ສາມາດຮັບໃຊ້ທີມຊາດໃນອະນາຄົດ ແລ້ວຫຼານຈະເຮັດໃຫ້ພໍ່ແມ່ບໍ່ຜິດຫວັງໃນຕົວຫຼານ.

ພູຜາ ຈັນທະວົງ ເປັນລູກຊາຍຫຼ້າຂອງທ່ານ ພອນເພັງ ຈັນທະວົງ ປະທານບໍລິສັດ ພອນທິບ ການຄ້າ ຫຼື ເຈົ້າຂອງສູນຈຳໜ່າຍເຄື່ອງວັດສະດຸກໍ່ສ້າງຄົບວົງຈອນ ພອນທິບ ເຂດຖະໜົນ 450 ປີ ຄວາມສາມາດໃນປັດຈຸບັນ ແມ່ນມັກກີລາບານເຕະ ແລະ ເທັນນິດ ເປັນຊີວິດຈິດໃຈ ແລະ ເປັນນັກຮຽນຂອງໂຮງຮຽນນາໆຊາດ ກຽດຕິສັກ ແລະ ເປັນສິດເອກຂອງອາຈານ ບຸນລັບ ເຄນກິຕິສັກ ອະດິດຊຸບເປີສະຕາຣ໌ທີມຊດາລາວ ສັງກັດສະໂມສອນ ວຽງຈັນ ເອັບທີ ຊຶ່ງໃນຕໍ່ໜ້າ ພູມ ຍັງມີພາລະກິດຈະເຂົ້າຮ່ວມແຂ່ງຂັນເທັນນິດຫຼາຍລາຍການ ທີ່ປະເທດເພື່ອນບ້ານ (ໄທ) ແລະ ຍັງມີແຜນຈະເຂົ້າຮ່ວມແຂ່ງຂັນເຕະບານ ກັບຕົ້ນສັງກັດ ທັງສະໂມສອນ ວຽງຈັນ ເອັບທີ ແລະ ສະໂມສອນ ມັດສດາ ລາວ ຈີບີ ເອັບຊີ ທີ່ຍືມຕົວເສີມທີມເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນເດືອນສິງຫານີ້ ມີແຜນຈະເຂົ້າຮ່ວມແຂ່ງຂັນລາຍການລະດັບນາໆຊາດ ທີ່ແຂວງຊຽງລາຍ ປະເທດໄທ ອີກດ້ວຍ.