ອັດຕະປື ກຽມຮັບເອົາສອງວັດໃນເມືອງໄຊເສດຖາເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

385

ເພື່ອເປັນການຟື້ນຟູ ອະນຸລັກຊັບສົມບັດ ທີ່ເປັນມໍລະດົກອັນລ້ຳຄ່າຂອງຊາດ ກໍ່ຄືຂອງທ້ອງຖິ່ນຢູ່ແຂວງອັດຕະປື ຄົງໄວ້ໃຫ້ຮຸ່ນລູກ-ຮຸ່ນຫຼານ ໄດ້ເຫັນເຖິງຄຸນຄ່າວັດທະນະທໍາ ຂອງບັນພະບູລຸດທີ່ໄດ້ສ້າງໄວ້ນັ້ນປັດຈຸບັນ  ແຂວງອັດຕະປືກຳລັງກະກຽມປະກາດ 2 ວັດຄື: ວັດຫຼວງ ແລະ ວັດທາດພະໄຊ ເມືອງໄຊເສດຖາ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ເຊິ່ງງານສະເຫຼີມສະຫຼອງດັ່ງກ່າວແມ່ນໄດ້ດຳເນີນໄປແຕ່ວັນທີ 18-25/6/2023 ແຂວງ ອັດຕະປື ໄດ້ມີຄວາມພ້ອມແລ້ວໃນການດຳເນີນກິດຈະກຳຕ່າງໆໃຫ້ມີບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ.

อาจเป็นรูปภาพของ 1 คน

ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງ ອັດຕະປື ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ໄດ້ໃຫ້ສຳພາດຕໍ່ທິມງານນັກຂ່າວຂອງແຂວງ ເມື່ອວັນທີ 19 ມິຖຸນາ ນີ້ໃຫ້ຮູວ່າ: ເລີ່ມແຕ່ 18-25/6/2023 ແຂວງ ອັດຕະປື ໄດ້ມີຄວາມພ້ອມແລ້ວໃນການດຳເນີນກິດຈະກຳຕ່າງໆເຂົ້າໃນງານສະເຫຼີມສະຫຼອງດ້ວຍບັນຍາກາດຄຶກຄື້ນ ແລະ ເບິກບານມ່ວນຊື່ນ ເຊິ່ງໃນເບື້ອງຕົ້ນໄດ້ແຕ່ງຕັ້ງຄະນະຮັບຜິດຊອບສະເພາະລວມມີ 13 ອະນຸກຳມະການ ແລະ ແຕ່ລະອະນຸກຳມະການແມ່ນໄດ້ມີຄວາມພ້ອມແລ້ວ.

ສ່ວນກິດຈະກຳໃນງານສະເຫຼີມສະຫຼອງປະກອບມີ 1. ພິທີ ຮັບຮອງເອົາວັດຫຼວງ, ວັດທາດພຣະໄຊ ເມືອງໄຊເສດຖາເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນຂອງແຂວງອັດຕະປື; 2. ຂະບວນແຫ່ກ້ອນກໍາລັງ; 3. ຊີມອາຫານພື້ນເມືອງຂອງແຂວງອັດຕະປື ເພື່ອຄັດເລືອກປະເພດອາຫານຫຼັກຂອງແຂວງ; 4, ຊົມກິດຈະກຳຮ່ອນຄຳ; 5. ຊົມເຮືອນຊົນເຜົ່າ; 6. ຊົມສະແດງສິລະປະວັດທະນະທໍາບັນດາເຜົ່າ; 7. ຟ້ອນລໍາວົງຢ້ອນອະດີດ; 8. ປະກວດນັກຮ້ອງສຽງດີ ແລະ ຂັບລຳພື້ນບ້ານຂອງທຸກໆບັນດາເຜົ່າ; 9, ປະກວດນາງສາວບັນດາເຜົ່າ; 10. ປະກວດໝໍແຄນ; 11. ຕະຫຼາດນັດວາງສະແດງສິນຄ້າ; 12. ພິທີຕັກບາດ ຖວາຍສັງຂະທານ-ພຣະສົງ 19 ອົງ.

ไม่มีคำอธิบาย

ທ່ານ ບຸນເສີດ ເສດທິລາດ ໄດ້ໃຫ້ຮູ້ອີກວ່າ: ການຂຶ້ນທະບຽນກະກຽມປະກາດວັດຫຼວງ ແລະ ວັດທາດພະໄຊ ເມືອງໄຊເສດຖາ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຂອງແຂວງອັດຕະປືໃນຄັ້ງນີ້ແມ່ນເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ, ເປັນທີ່ເອກອ້າງທະນົງໃຈຂອງຊາວແຂວງອັດຕະປື ເນື່ອງຈາກເປັນມໍລະດົກແຫ່ງທຳອິດຂອງແຂວງ ທີ່ໄດ້ຮັບຮອງຍົກລະດັບຂຶ້ນເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງ.

Saysettha temple, Xaysetha: Location, Map, About & More

ສະນັ້ນ, ໃນການກະກຽມປະກາດ ແລະ ຮັບຮອງວັດຫຼວງ ແລະ ວັດທາດພຣະໄຊເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ໃນນາມຕາງໜ້າອົງການປົກຄອງແຂວງອັດຕະປື ແລະ ໃນນາມສ່ວນຕົວຂໍເຊີນຊວນພໍ່ແມ່ປະຊາຊົນລາວ ບັນດາເຜົ່າພາຍໃນແຂວງອັດຕະປື ແລະ ໃນຂອບເຂດທົ່ວປະເທດບໍ່ວ່າຜູ້ຢູ່ໃກ້ ແລະ ຢູ່ໄກ ທີ່ໄດ້ຮັບຂ່າວໃນຄັ້ງນີ້ແລ້ວ ຂໍເຊີນມາທ່ຽວຊົມສຳພັດງານດັ່ງກ່າວດ້ວຍຕົນເອງ.

ໂດຍ: ຂ່າວສານອອນລາຍ ອັດຕະປື